ໝົດສັດທາໄບເດນ! ຊາວສະຫະລັດຢາກເລືອກທຣ້ຳຖ້າມີສຶກເລືອກຕັ້ງອີກຄັ້ງ
ອະດີດປະທານາທິບໍດີໂດນັນ ທ້ຳ ມີຄະແນນນິຍົມນຳໜ້າປະທານາທິບໍດີໂຕ ໄບເດັນ ຕັ້ງແຕ່ຕົ້ນໃນສຶກຣີແມດທີ່ອາດເກີດຂື້ນໃນການເລືອກຕັ້ງປະທານາທິບໍດີສະຫະລັດ 2024
ຈາກຜົນສຳຫຼວດຮອບໃໝ່ຂອງສຳນັກໂພວິທະຍາໄລເອເມີສັນ ຫຼັງຈາກຜົນໂພດອື່ນກ່ອນໜ້ານີ້ ພົບວ່າມີຊາວອາເມຣິກາຫຼາຍກວ່າ 71% ທີ່່ບໍ່ຕ້ອງການເຫັນໄບເດັນ ລົງສະໝັກຮັບເລືອກຕັ້ງອີກຮອບ
ຜົນການສຳຫຼວດຄວາມຄິດເຫັນທີ່ຈັດລະຫວ່າງວັນທີ 28-29ມີຖຸນາ ພົບວ່າ 44% ທີ່ສະໜັບສະໜູນທ້ຳ ໃນການເລືອກຕັ້ງແບສົມມຸດຖານ ສ່ວນໄບເດັນໄດ້ຮັບສຽງສະໜັບສະໜູນພຽງ 39% ຂະນະທີ່ອີກ 12% ບອກວ່າຈະໂຫວດເລືອກຄົນອື່ນ ແລະ 5%ຍັງຕັດສິນໃຈບໍ່ໄດ້.
ຄະແນນນິຍົມຂອງທ້ຳຄ້ອນຂ້າງຄົງທີ່ ນັບຕັ້ງແຕ່ມີການຈັດແບບສຳຫຼວດດຽວກັນ
ສ່ວນສຽງສະນັບສະໜູນຂອງໄບເດັນຫຼຸດລົງຈາກລະດັບ 42%
ໃນການເລືອກຕັ້ງກາງພາກທີ່ຈະມີຂືນໃນເດືອນພະຈິກປີນີ້ ມີຊາວອາເມລິກາ 46% ທີ່ບອກວ່າມີຄວາມຕັ້ງໃຈເລືອກຜູ້ສະໝັກສະມາຊິກລັດຖະສະພາຈາກຣີພັບລິກັນ ສ່ວນ 43% ລະບຸວ່າມີແຜນສະໜັບສະນູນຜູ້ສະໝັກຈາກເດໂມແຄດ ຕົວເລກດັ່ງກ່າວຄ້ອນຂ້າງຄົງທີ່ມາຕັ້ງແຕ່ດົນ