ຄຸນປະໂຫຍດ “ຖົ່ວງອກ” ຊ່ວຍລະບົບຂັບຖ່າຍ-ໂລກມະເຮັງ
1.ຊ່ວຍໃນການຍຍ່ອຍແລະລະບົບຂັບຖ່າຍ: ຖົ່ວງອກມີໄຟເບີຈຳນວນບໍ່ໜ້ອຍອີກທັງຍັງມີນ້ຳແລະເອນໄຊຊະນິດໜື່ງເຊິ່ງມີໜ້າທີ່ຊ່ວຍຍ່ອຍອາຫານໃນລະບົບລໍາໄສ້ ເຮັດໃຫ້ການດູດຊືມແຫ່ທາດ-ສານອາຫານຂອງລຳໄສ້ມີປະສິດທິພາບຫຼາຍຂື້ນແລະຍັງຊ່ວຍໃຫ້ລະບົບຂັບຖ່າຍຄ່ອງຕົວ.
2. ຊ່ວຍໃຫ້ອ່ອນກວ່າໄວ: ດ້ວຍວິຕາມິນຊີແລະສານຕ້ານອານຸມູນອິດສະຫຼະທີ່ຢູ່ໃນຖົ່ວງອກເປັນຜັກຊະນິດໜື່ງເຊິ່ງຊ່ວຍບຳລຸງຜິວພັນ ອີກທັງໃນຖົ່ວງອກຍັງມີສານຕ້ານຄວາມແກ່ ໂດຍສານຕົວນີ້ມີຄຸນສົມບັດບໍາລຸງເຊວຕ່າງທ ໃນຮ່າງກາຍໃຫ້ມີຄວາມຟິດເຟີມ ບໍ່ແກ່ໄວເກີນໄປກ່ອນເວລາອັນຄວນ.
3. ຊ່ວຍຫຼຸດການອັກເສບໃນຮ່າງກາຍ: ເຊິ່ງຖົ່ງງອກມີທັງວິຕາມິນຊີ ແລະ ສານຕ້ານອານຸມູນອິດສະລະຫຼາກຫຼາຍຊະນິດຄຸນສົມບັດນີ້ໃຫ້ຖົ່ງງອກມີປະໂຫຍດີຕໍ່ລະບົບພູຄຸ້ມກັນໃນຮ່າງກາຍ ຊ່ວຍເຕີມຄວາມແຂງແຮງເຮັດວຽກໄດ້ຢ່າງມີປະສິດທິພາບຫຼາຍຂື້ນ.
4.ຫຼຸດຄວາມສ່ຍງໂລກຫົວໃຈ: ເຊິ່ງຖົ່ວງອກຈະຊ່ວຍເພີ່ມຄວາມສວາມາດໃນການຍ່ອຍໂປຼຕິນໄດ້ດີຂື້ນ ແລະ ເຮັດໃຫ້ກົດອາມີໂນບາງຊະນິດສູງຂື້ນ ອຸດົມໄປດ້ວຍສານຕ້ານອານຸມູນອິດສະຫຼະ ຊ່ວຍໃຫ້ລະບົບການໄຫຼວຽນເລືອດມີຄວາມຄ່ຶງຕົວຂື້ນ ຈື່ງສາມາດຫຼຸດອັດຕາຄວາມສ່ຽງໂລກຫົວໃຈໄດ້.
5.ປ້ອງກັນໂລກມະເຮັງ:ເຊິ່ງຖົ່ວງອກ ມີສານຊາໂພນິນໃນປະລິມານຫຼາຍ ເຊິ່ງສານໂພນິນມີຄຸນສົມບັດຕ້ານມະເຮັງໄດ້ ໂດຍຈະເຂົາໄປລົບກວນການແບ່ງເຊວແລະການເຕີບໂຕຂອງເຊວມະເຮັງສົ່ງຜົນໃຫ້ເຊວມະເຮັງຫຼຸດລົງແລະຕາຍລົງໃນທີ່ສຸດ.