ອີຢູສະດຸ້ງ! ລັດເຊຍຈະປິດທໍ່ສົ່ງກ໊າຊໃຫ້ເຢຍລະມັນ
ຣັດເຊຍຈະປິດປະຕິບັດການທໍ່ລໍາລຽງກ໊າຊທຳມະຊາດນອດສະຕຣີິມ ທີ່ປ້ອນຢູ່ເຢຍລະມັນເປັນເວລາ 10ວັນ ເພື່ອບຳລຸງຈາກກາກຊີ້ແຈງ ຂອງບໍລິສັດທີ່ມີໜ້າທີ່ບໍລິຫານໂຄງການດັ່ງກ່າວ ແນວໃດກໍຕາມມີຄວາມກັງວົນວ່າກະແສກ໊າຊທຳມະຊາດຈາກຣັດເຊຍຈະບໍ່ຫວນກັບມາອີກຄັ້ງ
ທໍ່ລຳລຽງ 2ສາຍຈະຖຶກລະງັບປະຕິບັດການເພື່ອສ້ອມບໍາລຸງເປັນຕັ້ງແຕ່ວັນທີ່ 11ກໍລະກົດເຖິງ 21 ກໍລະກົດ ແລະ ລໍລິສັດທີ່ມີໜ້າທີ່ບໍລິຫານໂຄງການລະບຸວ່າການປິດທໍ່ກ໊າຊດັ່ງກ່າວເປັນໄປຕາມທີ່ຕົກລົງກັບຄູ່ຄ້າທັງໝົດກ່ອນໜ້ານີ້
“ ນອດຕຣີມ ເອຈີ ຈະປິດປະຕິບັດການຊົ່ວຄາວທັງ 2ສາຍຂອງລະບົບທໍ່ລໍາລຽງກ໊າຊ ເພື່ອສ້ອມບຳລຸງຕາມຮອບ
ທົດສອບຢ່າງຮອບຄອບສ່ວນປະກອບເຄື່ອງຈັກແລະລະບົບອັດຕະໂນມັດເພື່ອຮັບປະກັນວ່າທໍ່ລໍາລຽງຈະສາມາດປະຕິບັດການໄດ້ຢ່າງໜ້າເຊື່ອຖື ປອດໄພແລະ ມີປະສິດທິພາບ”
ແນວໃດກໍຕາມເຢຍລະມັນມີຄວາມກັງວົນຕໍ່ຂະບວນການດັ່ງກ່າວ: ໂດຍຄິດວ່າກະແສກ໊າຊທຳມະຊາດຈະບໍ່ໄຫຼກັບມາອີກເລີຍ