ຫຍຸ້ງແລ້ວຢູເຄຼນ! ລັດເຊຍຄຸມເມືອງລີຊີຊານໄດ້ແລ້ວ
ມີການຕໍ່ສູ້ຮົບກັນຢ່າງດຸເດືອດໃນເມືອງລີຊີຊານ ປ້ອມປາກົດການສຸດທ້າຍຂອງຢູເຄຼນໃນລູຮັນ ແຄ້ວນຍຸດທະສາດທາງຕາເວັນອອກຂອງປະເທດ ລັດເຊຍອ້າງຄວບຄຸມເມືອງແຫ່ງນີ້ແລ້ວ ແຕ່ຍັງບໍ່ສາມາດປົດປ່ອຍໄດ້ຢ່າງສິ້ນເຊີງ
ສ່ວນຝ່າຍຢູເຄຼນໂດຍປະທານາທິບໍດີໂວໂລດິມີ ເຊເລນສະກີ ຍອມຮັບຄົງຕ້ອງປະເຊີນກັບຄວາມຍາກລຳບາກຫຼາຍໃນຫົນທາງໄຊຊະນະ ແຕ່ປຸກຊາວຢູເຄຼນຮັກສາຄວາມມຸ່ງໝັ້ນແລະກໍຄວາມສູນເສຍແກ່ຜູ້ຮຸກຮານໃຫ້ຫຼາຍທີ່ສຸດ
ໂຣດິໂອນ ມິີລອນນິ ເອກອັກຄລາດຊະທູດຣັດເຊຍປະຈຳດິນແດນຝັກໃຝ່ມອສໂກທີ່ຮຽກຕົວເອງວ່າ ສາທາລະນະລັດປະຊາທິປະຊາຊົນລູຮັນ ໃຫ້ສຳພາດວ່າ ຣັດເຊຍ “ ລີຊີຊານຢູ່ພາຍໃຕ້ການຄວບຄຸມແລ້ວ ແຕ່ເຄາະຮ້າຍມັນຍັງບໍ່ໄດ້ຮັບການປົດປ່ອຍ”
ສື່ມວນຊົນຣັດເຊຍເຜີຍແພ່ພາບວີດີໂອນັກຮົບລູຮັນກຳລັງເດີນຂະບວນໄປຕາມທ້ອງຖະໜົນຫົນທາງຂອງເມືອງລີຊີຊານ ຍົກທຸງແລະຮ້ອງ ແນວໃດກໍຕາມ ໂຄສົກກອງກຳລັງພິທັກຊາຍແດນຢູເຄຼນໃຫ້ສຳພາດກັບສະຖານີໂທລະທັດແຫ່ງຢູເຄຼນ ລະບຸວ່າເມື່ອງແຫ່ງນີ້ຍັງຄົງຢູ່ໃນມືຂອງຢູເຄຼນ