ຜູ້ນຳເຢຍລະມັນເຜີຍຊາດຕາເວັນຕົກເລັ່ງຮັບຮອງຄວາມໝັ້ນຄົງຢູເຄູນ
ລັດຖະບານເຢຍລະມັນຢູ່ລະຫວ່າງຫາລືກັບຊາດພັນທະມິດເພື່ອມກຽມແຜນ “ ຮັບຮອງຄວາມໝັ່ນຄົງ” ໃຫ້ແກ່ຢູເຄຼນ ພາຍຫຼັງທີ່ສົງຄາມກັບຣັດເຊຍຈົບລົງ ແຕ່ຈະບໍ່ທຽບເທົ່າການປ້ອງກັນຮ່ວມທີ່ມອບໃຫ້ແກ່ລັດສະມາຊິກໃນອົງການສົນທິສັນຍາແອດແລນຕິກເໜືອ ( ນາໂຕ )
ນາຍົກລັດຖະມົນຕີ ໂອລາ ຊອນ ແຫ່ງເຢຍລະມັນໃຫ້ສຳພາດວ່າ “ ເຮົາກຳລັງຫາລືກັບຊາດພັນທະມິດທີ່ໃກ້ຊິດກ່ຽວກັບມາດຕະການຮັບຮອງຄວາມໝັ່ນຄົງຕ່າງໆ ທີ່ຈະສາມາດໃຫ້ ( ຢູເຄຼນ) ໄດ້ ເຊິ່ງຍັງຢູ່ໃນຊ່ວງດຳເນີນການ ແຕ່ແນ່ນອນວ່າຈະບໍ່ທຽບເທົ່າລັດສາມະຊິກນາໂຕ”
ຊອນ ເຂົ້າຮ່ວມຮັບຕຳແໜ່ງຜູ້ນຳເຢຍລະມັນຕໍ່ຈາກ ອັງເກລາ ແມດເຄິນ ປະເຊີນສຽງວິພາກວິຈານທັງໃນແລະນອກປະເທດວ່າບໍ່ໂຊຄວາມເປັນຜູ້ນຳໃນການຊ່ວຍເລືອຢູເຄຼນຫຼາຍເທົ່າທີ່ຄວນ ອີກທັງຍັງບໍ່ຄ່ອຍສະແດງທ່າທີເຫັນອົກເຫັນໃຈພົນລະເມືອງທີ່ກຳລັງເດືອດຮ້ອນກັບວິກິດເງີນເຟີ້.