ຄຸນປະໂຫຍດຂອງ ຜັກກາດຂາວ ແກ້ເມົາຄ້າງ-ແກ້ຫວັດ

ຄຸນປະໂຫຍດຂອງ ຜັກກາດຂາວ ແກ້ເມົາຄ້າງ-ແກ້ຫວັດ


ຜັກກາດຂາວເປັນຜັກທີ່ຫາກິນໄດ້ທຸກລະດູ ທີ່ສຳຄັນຍັງນຳມາເປັນອາຫານໄດ້ຫຼາຍເມນູ ມື້ນິແອດຈະມາບອກຄຸນປະໂຫຍດຕ່າງໆຂອງຜັກກາດຂາວວ່າມີຄຸນປະໂຫຍດຕໍ່ສຸຂະພາບແລະຮ່າງກາຍແນວໃດມີດັ່ງລຸ່ມນີ້:


1.ແກ້ບັນເທົາອາການທ້ອງຜູກ: ຜັກກາດຂາວມີໄຟເບີສູງ ຊ່ວຍແກ້ບັນຫາທ້ອງຜູກໄດ້ ຊ່ວຍໃນການຂັບຖ່າຍໄດ້ເປັນຢ່າງດີ,ຫຼຸດອາການອືດອັດ ນອກຈາກນີ້ຜັກກາດຂາວຍັງມີນ້ຳເປັນສ່ວນປະກອບຢູ່ຫຼາຍ ຈື່ງຊ່ວຍໃນການຍ່ອຍອາຫານ.


2.ແກ້ຫວັດ: ຈະເຫັນໄດ້ວ່າຜັກກາດຂາວເປັນຜັກທີ່ມີວິຕາມິນທີ່ຂ້ອນຄ້າງສູງ ມີສ່ວນກະຕຸ້ນການເຮັດວຽກຂອງລະບົບພູມຄຸ້ມກັນ ຊ່ວຍປ້ອງກັນຫວັດ ແລະ ຊ່ວຍບັນເທົາອາການຫວັດໄດ້.
3.ແກ້ອາການໄອ: ເຊິ່ງຜັກກາດຂາວມີວິຕາມິນເອ,ວິຕາມິນຊີ, ແຄວຊຽມ ແລະ ສານອາຫານຕ່າງໆ ທີ່ຊ່ວຍຕ້ານອາການອັກເສບ ແລະ ແກ້ໄອໄດ້.


4.ແກ້ເມົາຄ້າງ: ຜັກກາດຂາວຈະຊ່ວຍຂັບສິ່ງມືນເມົາອອກທາງປັດສະວະ,ຫຼຸດຄວາມຮ້ອນບໍລິເວນເອີກ ເນື່ອງຈາກຜັກກາດຂາວມີນ້ຳເປັນສ່ວນປະກອບຫຼາຍ ຫາກເມົາຄ້າງລອງກິນຕົ້ມຈືດກໍໜ້າຈະຊ່ວຍໃຫ້ຮູ້ສຶກດີຂື້ນໄດ້ບໍ່ຫຼາຍກໍໜ້ອຍ.
5.ແກ້ພິດຈາກການກິນມັນຕົ້ນດິບ: ຕົ້ນຜັກກາດຂາວນຳມາຕົ້ມເອົານ້ຳດື່ມຈະຊ່ວຍແກ້ພິດຈາກການຮັບປະທານມັນຕົ້ນດິບໄດ້.


6.ບັນເທົາຜິວໜັງອັກເສບ: ຜັກກາດຂາວສາມາດບັນເທົາອາການຜິວໜັງອັກເສບຈາກການແພ້ໄດ້ດ້ວຍ ໂດຍນໍາຜັກກາດຂາວສົດ ລ້າງໃຫ້ສະອາດ ແລ້ວນຳມາຕຳພໍແຫຼກ ຈາກນັ້ນໃຫ້ນຳມາໃສ່ຜິວໜັງແກ້ອັກເສບໄດ້.

Leave a Reply

Your email address will not be published. Required fields are marked *

You cannot copy content of this page