ປຸກລະດົມຢູເຄຼນສູ້ຕໍ່! ສະຫະລັດເຊື່ອຍັງບໍ່ເຖິງເວລາເຈລະຈາສັນຕິພາບກັບຣັດເຊຍ
ວໍຊິງຕັນ ເຊື່ອວ່າຍັງໄວເກີນໄປທີ່ຈະເວົ້າເຖິງການເຈລະຈາສັນຕິພາບລະຫວ່າງຣັດເຊຍກັບຢູເຄຼນ ເນື່ອງຈາກທັງສອງຝ່າຍບໍ່ພ້ອມສຳລັບການເຈລະຈາດັ່ງກ່າວ ຈາກຄວາມຄິດເຫັນຂອງ ຈອນ ເຄີບີ ຜູ້ປະສານງານດ້ານການສື່ສານເຊີງກົນລະຍຸດຂອງສະພາຄວາມໝັ້ນຄົງແຫ່ງຊາດສະຫະລັດ ໃຫ້ສຳພາດກັບນັກຂ່າວ.
ເມື່ອຖາມວ່າປະທານາທິບໍດີໂຈ ໄບເດັນ ຄວນ ຜັກດັນຣັດເຊຍແລະຢູເຄຼນເຂົ້າສູ່ການເຈລະຈາສັນຕິພາບຫຼືບໍ ເຄີບີຕອບວ່າ “ ມັນຄວນເປັນເວລາທີ່ສະຫະລັດ ຈະເດີນໜ້າໃຫ້ການສະໜັບສະໜູນຢູເຄຼນຕໍ່ໄປ ເປົ້າໝາຍຂອງ ວໍຊງຕັນ ຄືຕ້ອງເຮັດໃຫ້ແນ່ໃຈວ່າ ຄຽບໄດ້ຂໍ້ສະຫຼຸບແນວທາງຕັດສິນໄຊຊະນະໃນຄວາມຂັດແຍ້ງທີ່ກຳລັງເກີດຂື້ນແລະໃນແງ່ຂອງຂໍ້ຕົກລົງຕ່າງໆ”
“ ເຮົາບໍ່ຕ້ອງການເຫັນຢູເຄຼນພ່າຍແພ້ໃຫ້ຣັດເຊຍ ນັ້ນຄືເຫດຜົນວ່າເປັນຫຍັງເຖິງກຳລັງເດີນໜ້າເລັ່ງລັດໃຫ້ຄວາມຊ່ວຍເຫຼືອ” ເຈົ້າໜ້າທີ່ລະດັບອາວຸດໂສຂອງສະພາຄວາມໝັ້ນຄົງແຫ່ງຊາດສະຫະລັດທ່ານນີ້ກ່າວ
ໃນເລື່ອງທີ່ກ໋ຍວກັບຄວາມເປັນໄປໄດ້ຂອງການເຈລະຈາໃນອະນາຄົດ ເຄີບີລະບຸວ່າ ປະທານາທິບໍດີ ໂວໂລດີມີ ເຊເລນສະກີ ແຫ່ງຢູເຄຼນ “ ຈະບອກວ່າຕອນນີ້ຍັງບໍ່ແມ່ນເວລາສຳລັບການເຈລະຈາຫາລືເຫຼົ່ານັ້ນແລະປະທານາທິບໍດີວະລາດິມີ ປູຕິນ ແຫ່ງຣັດເຊຍກໍບໍ່ໄດ້ບົ່ງຊີ້ວ່າເຂົາສົນໃຈໃນການເຈລະຈາເຊັ່ນກັນ”