ຖ່ວງເວລາຕໍ່ບໍ່ໄຫວ! ເຊເລນສະກີຍອມຮັບຖອນກຳລັງອອກຈາກລີຊີຊານແລ້ວ

ຖ່ວງເວລາຕໍ່ບໍ່ໄຫວ! ເຊເລນສະກີຍອມຮັບຖອນກຳລັງອອກຈາກລີຊີຊານແລ້ວ


ປະທານາທິບໍດີໂວໂລດິມີ ເຊເລນສະກີ ແຫ່ງຢູເຄຼນ ຍອມຮັບວ່າ ກອງກຳລັງຂອງຄຽບໄດ້ຖອນກຳລັງທັບອອກຈາກເມືອງລີຊີຊານ ໃນພູມມິພາກດອນບາສ ທາງພາກຕາເວັນອອກຂອງປະເທດແລ້ວ ຫຼັງຖຶດລັດເຊຍໂຈມຕີຢ່າງໜັກ ແຕ່ປະກາດທວງການຄວບຄຸມພື້ນທີ່ດັ່ງກ່າວຄືນ ໂດຍມີຕົວຊ່ວຍຄືອາວຸດພິໄສໄກທີ່ໄດ້ຮັບມອບຈາກຕາເວັນຕົກ


ຣັດເຊຍລະບຸວ່າ ພວກເຂົາສາມາດຢືດເມືອງລີຊີຊານໄດ້ສຳເລັດແລ້ວ ບໍ່ຮອດອາທິດຫຼັງຈາກຢືດເມືອງຊີວີໂຣໂດເນດທີ່ຢູ່ຕິດກັນ ສົ່ງຜົນໃຫ້ພວກເຂົາຄວບຄຸມແຄ້ວນລູຮັນ ທາງພາກຕາເວັນອອກຂອງປະເທດໄດ້ຢ່າງສົມບູນແລ້ວ ໄຊຊະນະທາງການເມືອງທີ່ເປັນໄປຕາມເປົ້າໝາຍຫຼັກ ໃນການເຮັດສົງຄາມຂອງເຄຼມລິນແລະເວລານີ້ສະໜາມຮົບໃນການສູ້ຮົບໄດ້ປ່ຽນໄປຍັງແຄວ້ນໂດເນດທີ່ຢູ່ຕິດກັນ ເຊິ່ງພື້ນທີ່ບາງສ່ວນອັນກວ້າງຂວາງຍັງຄົງຢູ່ພາຍໃຕ້ການຄວບຄຸມຂອງຄຽບ.


“ ຖ້າຜູ້ບັນຊາການທະຫານຂອງເຮົາຖອນກຳລັງພົນອອກຈາກບາງຈຸດໃນແນວໜ້າ ຈຸດທີ່ຝ່າຍສັດຕູມີຄວາມໄດ້ປຽບມະຫາສານໃນດ້ານພະລັງການໂຈມຕີ ເຊິ່ງລວມໄປເຖິງຊີລີຊານດ້ວຍ ມັນມີຄວາມໝາຍພຽງຢ່າງດຽວຄື ເຮົາຈະກັບໄປ ຕ້ອງຂອບໃຈຍຸດທະສາດຂອງເຮົາ ຂອບໃຈສະບຽງອາວຸດທັນສະໄໝທີ່ເພີ່ມຂື້ນ” ເຊເລນສະກີກ່າວ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page