ສ່ຽງໂລກຮ້າຍຈາກຊາໄຂ່ມຸກ! ກິນຫຼາຍເກີນໄປອາດປ່ວຍບໍ່ຮູ້ຕົວ
ໃຜເປັນ FC ຕົວຍົງຂອງຊາໄຂ່ມຸກ ອາດຕ້ອງທົບທວນອີກຄັ້ງວ່າຄວນກິນຊາໄຂ່ມຸກໃນປະລິມານທີ່ພໍເໝາະພໍດີ ຖ້າເວົ້າຕາມຄວາມຈິງເຮົາທຸກຄົນຮູ້ດີຢູ່ແກ່ໃຈວ່າຊາໄຂ່ມຸກບໍ່ແມ່ນອາຫານທີ່ໃຫ້ຄຸນຄ່າຕໍ່ຮ່າງກາຍເທົ່າໃດ ແລ້ວຮູ້ບໍວ່າຫາກກິນຊາໄຂ່ມຸກຫຼາຍໆ ອາດສ່ຽງຕໍ່ສຸຂະພາບຕາມມາດ້ວຍມີດັ່ງລຸ່ມນີ້:
ໂລກຕຸ້ຍ: ຊາໄຂ່ມຸກເປັນເຄື່ອງດື່ມທີ່ໃຫ້ພະລັງງານສູງ ໂດຍຊາໄຂ່ມຸກ 1ແກ້ວ ໃຫ້ພະລັງງານປະມານ 240-360ກິໂລແຄວລໍລີ ຍັງອຸດົມໄປດ້ວຍນ້ຳຕານ ຄາໂບໄຮເດດຈາກໄຂ່ມຸກ,ຄຣີມທຽມ, ນົມຂຸ້ນຫວານ ດັ່ງນັ້ນຖ້າຫາກກິນຊານົມໄຂ່ມຸກທຸກມື້ນ້ຳໜັກກໍຂືນໂດຍບໍ່ຕ້ອງສົງໃສ.
ໂລກເບົາຫວານ: ເຫັນກັນວ່າຊາໄຂ່ມຸກ 1ແກ້ວ ໃສ່ນ້ຳເຊື່ອມໄປເທົ່າໃດ ໃສ່ນົມຂຸ້ນຫວານໄປເທົ່າໃດ ນອກຈາກນີ້ຕົວໄຂ່ມຸກເອງກໍເປັນແປ້ງທີ່ຮ່າງກາຍຈະປ່ຽນໄປເປັນນໍ້າຕານໄດ້ອີກ ເທົ່າກັບວ່າບໍ່ພຽງແຕ່ເປັນປະລິມານນໍ້າຕານໃນນໍ້າຊາເທົ່ານັ້ນທີ່ຮ່າງກາຍຈະໄດ້ຮັບ ແຕ່ລັງຈາກການຍ່ອຍໄຂ່ມຸກແລ້ວຮ່າງກາຍກໍຈະໄດ້ຮັບນໍ້າຕານໃນປະລິມານເພີ່ມຂື້ນ.
ທ້ອງຜູກ:ໃນກໍລະນີທີ່ກີນຊາໄຂ່ມຸກແທນເຂົ້າ ແລະ ມີພືດຕິກຳບໍ່ມັກກີນຜັກ-ໝາກໄມ້ ກໍມີສິດເກີດອາການທ້ອງຜູກໄດ້ງ່າຍໆ ແລະ ກັບຄົນທີ່ມັກເກີນໄຂ່ມຸກແບບບໍ່ຫຍໍ້າໃຫ້ລະອຽດກ່ອນ ຮ່າງກາຍກໍອາດຈະຍ່ອຍໄຂ່ມຸກໄດ້ລຳບາກກວ່າປົກກະຕິ ສົ່ງຜົນໃຫ້ລະບົບການຍ່ອຍອາຫານ ແລະ ການຂັບຖ່າຍມີບັນຫາຕາມມາໄດ້.
ໂລກຫົວໃຈແລະຫຼອດເລືອດ: ທັງນ້ຳຕານແລະໄຂມັນອີ່ມຕົວໃນນົມຕ່າງກໍເປັນໂທດຕໍ່ສຸຂະພາບຂອງເຮົາ ຍິ່ງຖ້າໃຊ້ຄຣີມທຽມທີ່ມີໄຂມັນກໍຍິ່ງອັນຕະລາຍຕໍ່ຫົວໃຈຫຼາຍຂື້ນ ເພາະໄຂມັນທານເປັນໄຂມັນຕົວຮ້າຍທີ່ເຂົ້າໄປເພີ່ມໄຂມັນຊະນິດເຫຼວໃນຮ່າງກາຍ.