ເຈົ້າພໍ່ອາເມຊອນວິຈານໄບເດນຫຼັງຮຽກຮ້ອງບໍລິສັດນ້ຳມັນຫຼຸດລາຄາ
“ ເຈົ້່າພໍ່ອາເມຊອນ” ເຈບ ເບຊອນ ວິຈານ “ ໄບເດັນ” ບໍ່ເຂົ້າໃຈນະໂຍບາຍດ້ານການຕະຫຼາດ ຫຼັງຜູ້ນຳສະຫະລັດຮຽກຮ້ອງບໍລິສັດນ້ຳມັນຫຼຸດລາຄາ ຮ້ອນເຖິງເຈົ້າໜ້າທີ່ທຳນຽບຕ້ອງຮຽງໜ້າອອກມາແກ້ຕ່າງແທນ ຂະນະທີ່ສື່ຈີນຍົກຂໍ້ຮຽກຮ້ອງຂອງໄບເດັນມາເຍາະເຍີ້ຍເຊັ່ນດຽວກັນ.
ເລື່ອງເລີ່ມຕົ້ນຈາກການຂຽນຂໍ້ຄວາມຂອງປະທານາທິບໍດີໂຈ ໄບເດັນ ວ່າ “ ຕ້ອງການສົ່ງເຖິງບໍລິສັດທີ່ດຳເນີນການປ້ຳນ້ຳມັນແລະກຳນົດລາຄານ້ຳມັນຄື ນີ້ຄືຊ່ວງເວລາແຫ່ງສົງຄາມແລະຫາຍະນະຂອງໂລກ”
“ ຫຼຸດລາຄານ້ຳມມັນທີ່ຮຽກເກັບຢູ່ປ້ຳເພື່ອສະທ້ອນຕົ້ນທືນທີ່ຈ່າຍໃຫ້ຜະລິດຕະພັນນີ້ແລະຫຼຸດລາຄາທັນທີ”
ເບຊອນ ຜູ້ກໍ່ຕັ້ງອາເມຊອນ ບໍລິສັດອີ-ຄອມເມິດຍັກໃຫຍ່ຂອງອາເມລິກາ ວິຈານວ່າ ໄບເດັນຖ້າຫາກບໍ່ແມ່ນເປັນການຫຼົງທິດທາງ ກໍຕ້ອງເປັນການເຂົ້າໃຈນະໂຍບາຍພື້ນຖານຂອງຕະຫຼາດຢ່າງຜິດພາດຮ້າຍແຮງ
ທັງໜີລາຄານ້ຳມັນແອັດຊັງໜ້າປ້ຳກາຍເປັນສັນຍາລັກຂອງລາຄາສິນຄ້າຫຼາກຫຼາຍທີ່ແພງຂື້ນໃນອາເມລິກາ ແລະ ດືງຄະແນນນິຍົມໃນຕົວໄບເດັນຕົກຕໍ່າກ່ອນເຖິງການເລືອກຕັ້ງສະມາຊິກລັດຖະສະພາຊ່ວງກາງພາກເດືອນພະຈິກທີ່ຈະມາຮອດ.