5 ອັນດັບສະຖານທີ່ມໍລະດົກໂລກທີ່ງົດງາມທີ່ສຸດ

5 ອັນດັບສະຖານທີ່ມໍລະດົກໂລກທີ່ງົດງາມທີ່ສຸດ

ໃນປະຈຸບັນຈາກການສຳລວດພົບວ່າ ທົ່ວໂລກຂອງເຮົາມີມໍລະດົກໂລກທັງໝົດ 1.121ບ່ອນ ໃນ 167ປະເທດທົ່ວໂລກ ແລະ ມີບາງສະຖານທີ່ເປັນສະຖານທີ່ທ້ອງທ່ຽວທີ່ງົດງາມ ແຕ່ສະຖານທີ່ຕ່າງໆນັ້ນບໍ່ທຳມະດາແລະມີເລື່ອງເລົ່າປະຫວັດສາດອັນດົນນານ

ມີຄວາມງົດງາມທາງສິນລະປະ ແຝງໄປດ້ວຍວັດທະນະທຳອັນເກົ່າແກ່ແລະຄວາມເປັນມາໃນແຕ່ລະພື້ນທີ່ຂອງທີ່ຕັ້ງມໍລະດົກໂລກມື້ນີ້ແອດຈະມາແນະນຳ 5ສະຖານທີ່ໃຫ້ທຸກຄົນໄດ້ຮູ້ກັນ:


ອັນດັບທີ 1: ອຸທະຍານແຫ່ງຊາດເກີເຣເມ ຄັບປາໂດເກຍ ປະເທດຕຸລາກີ: ເປັນເມືອງທີ່ຕັ້ງຢູ່ບໍລິເວນຄາພະໂດເວຍ ຕອນກາງຂອງອານາໂຕເລຍ ໃນປະເທດຕຸລາກີ ເປັນພື້ນທີ່ພິເສດເກີດຂື້ນຈາກການລະເບີດພູເຂົາໄຟເອີຊິເຍ ແລະ ພູເຂົາໄຟຮາຊານ


ອັນດັບທີ 2 ໝູ່ເກາະກາລາປາກອດ ປະເທດເອກົວດໍ: ເປັນສ່ວນໜື່ງຂອງອຸທະຍານແຫ່ງຊາດກາລາປາກອດ ຕັ້ງຢູ່ໃນມະຫາສະໝຸດປາຊີຟິກ ຢູ່ໃນເຂດການປົກຄອງຂອງປະເທດເອກົວດໍ ເຊິ່ງເປັນແຫຼ່ງຂອງສັດສະປີຊີ່ພົບໄດ້ບ່ອນນີ້ບ່ອນດຽວໃນໂລກ.


ອັນດັບ 3 ນໍ້າຕົກອີກວາຊູ ປະເທດບາຊິວແລະອາເຈນຕິນ່າ: ຕັ້ງຢູ່ບໍລິເວນຮອຍຕໍ່ພົມແດນລະຫວ່າງປະເທດບາຊິວກັບປະເທດອາເຈນຕິນາ ເປັນນໍ້າຕົກທີ່ໃຫຍ່ທີ່ສຸດໃນທະວີບອາເມລິກາໃຕ້


ອັນດັບ 4 ມາຊູປິກຊູ ປະເທດເປຣູ: ເປັນເມືອງສາບສູນແຫ່ງອິນຄາ ເປັນຊາກອາດໍະຍະກຳບູຮານຂອງຊາວອິນຄາເຊີ່ງຕັ້ງຢູ່ເທິງຍອດເຂົາ ແຕ່ລະດ້ານເປັນຜາສູງຊັນ


ອັນດັບ 5 ມົງ ແຊັງ ມີແຊ ປະເທດຝຣັ່ງເສດ: ເຊິ່ງຕັ້ງຢ່າງໂດດດ່ຍວກາງທະເລຊາຍຝັ່່ງຕາເວັນຕົກ ເປັນທີ່ຕັ້ງຂອງໂບດແລະເປັນສະຖານຖານທີ່ແປກປະຫຼາດຕື່ນຕາທີ່ສຸດແຫ່ງໜື່ງຂອງໂລກ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page