ປູຕິນເມີນເສີຍສົ່ງສານອວຍພອນໃຫ້ໄບເດນໃນວັນຊາດສະຫະລັດ
ປະທານາທິບໍດີ ວະລາດີມີ ປູຕິນ ແຫ່ງລັດເຊຍ ປະຕິເສດທີ່ຈະສົ່ງສານອວຍພອນໄປຍັງປະທານາທິບໍດີໂຈ ໄບເດັນ ເນື່ອງໃນໂອກາດວັນຊາດສະຫະລັດ ໂດຍອ້າງເຖິງພຶກຕິກຳຂອງວໍຊິງຕັນທີ່ “ບໍ່ເປັນມິດ” ຕໍ່ມອສໂກ
ຄວາມສຳພັນສະຫະລັດ-ລັດເຊຍເຊິ່ງໂຫດຮ້າຍຢູ່ແລ້ວເປັນທືນເດີມຍິ່ງຕົກຕໍ່າໄປອີກ ຫຼັງຈາກທີ່ ປູຕິນ ປະກາດສົ່ງທະຫານຮຸກຮານຢູເຄຼນ ເຊິ່ງກະຕຸ້ນໃຫ້ມະຫາອຳນາດຕາເວັນຕົກໃຊ້ມາດຕະການຂວ້ຳບາດທີ່ຮຸນແຮງແລະຄວບຄຸມເປັນປະຫວັດສາດລົງໂທດມອສໂກ
ເຊຍເກ ຍາບຄັອບ ລັດຖະມົນຕີຊ່ວຍວ່າການກະຊວງການຕຕ່າງປະເທດລັດເຊຍ ຍອມຮັບວ່າຄວາມສຳພັນລະຫວ່າງເຄຼມບິນກັບທຳນຽບຂາວ “ ໃກ້ຈະຮອດຈຸດແຕກຫັກ” ແລະ ຫົນທາງດຽວທີ່ຈະ “ກອບກູ້” ໄວ້ໄດ້ຄືສະຫະລັດ ຕ້ອງຢຸດສົ່ງອາວຸດໄປຊ່ວຍຢູເຄຼນ ແລະ ໃຊ້ອິດທິພົນໃນເຊີງບວກ ກັບຄຽບ