ປູຕິນປະກາດໄຊຊະນະ ຍືດແຄວ້ນລູຮານໄດ້ສໍາເລັດແລ້ວ
ປູຕິນປະກາດໄຊຊະນະທີ່ແຄ້ວນໂດເນດ ຫຼັງກອງທັບຍືດເມືອງລິຊິຄັນໄດ້ສຳເລັດ ຂະນະທີ່ຢູເຄຼນກຽມຮັບສຶກໜັກທີ່່ແຄ້ວນໂດເນດ ເຊິ່ງເປັນອີກໜື່ງເປົ້າໝາຍຂອງມອສໂກ
ຈາກການລາຍງານ ກອງທັບຢູເຄູນກຳລັງປັບແນວປ້ອງກັນໃໝ່ໃນພາກຕາເວັນອອກຂອງປະເທດ ເພື່ອງກຽມພ້ອມສຳລັບການເຂົ້າສູ່ເຟດໃມ່ຂອງສົງຄາມ ຫຼັງຈາກປະທານາທິບໍດີ ວະລາດິມີ ປູຕິນ ແຫ່ງລັດເຊຍປະກາດໄຊຊະນະໃນການຕໍ່ສູ້ຊິງແຄວ້ນລູຮານ ເຊິ່ງດຳເນີນມາດົນຫຼາຍເດືອນ
ແຄ້ວນລູຮານ 1ໃນ 2ແຄວ້ນຂອງເຂດດອນບາສ ເຊິ່ງເປັນເປົ້າໝາຍຫຼັກໃນການເຮັດສົງຄາມໃນຢູເຄຼນຂອງຣັດເຊຍ ຕົກຢູ່ໃນເມືອງມອສໂກ ຫຼັງຈາກພວກເຂົາຍືດເມືອງເຊເວໂດເນດໄດ້ອາທິດທີ່ຜ່ານມາ ຕາມດ້ວຍເມືອງລິຊິຄັນ ໂດຍທັງ2ເມືອງ ລວມເຖິງເມືອງຂ້າງຄຽງຖຶກກອງທັບລັດເຊຍລະດົມໂຈມຕີຈົນສິ້ນຊາ