ກິນເຜັດເກີນໄປບໍ່ພຽງແຕ່ແສບປາກ ແຕ່ອັນຕະລາຍຕໍ່ສຸຂະພາບອີກດ້ວຍ!
ເຊິ່ງການກິນອາຫານລົດຈັດຫຼືເຜັດຫຼາຍເກີນໄປອາດຈະເຮັດໃຫ້ເກີດອາການເຈັບທ້ອງຫຼືມີອາການແສບຮ້ອນທ້ອງກໍມີ ນັ້ນເປັນຍ້່ອນກິນອາຫານທີ່ເຜັດເກີນໄປຈົນສົ່ງຜົນຮ້າຍຕໍ່ສຸຂະພາບ ມື້ນິແອດຈະມາບອກຜົນຮ້າຍທີ່ຕາມມາຕ້າງໆດັ່ງລຸ່ມນີ້:
1.ເປັນກະເພາະອາຫານ:ຄວາມເຜັດທີ່ມີຢູ່ໃນໝາກເຜັດອາດເຮັດໃຫ້ເກີດອາການໃນຮ່າງກາຍໄດ້ ໂດຍສະເພາະໃນສ່ວນກະເພາະອາຫານ ທີ່ຕ້ອງຮອງຮັບອາຫານເຜັດ ຕັ້ງແຕ່ເຮົາກິນເຂົ້າໄປຈົນກວ່າອາຫານຈະຖຶກຍ່ອຍຈົນໝົດ ດັ່ງນັ້ນຈື່ງເກີດອາການແສບທ້ອງເມື່ອກິນເຜັດເຂົ້າໄປ

2.ເກີດກົດໄຫຼຢ້ອນ: ເຊິ່ງໝາກເຜັດມີກົດໃນຕົວເອງ ດັ່ງນັນຫາກກິນເຜັດຫຼາຍຫຼືກິນໝາກເຜັດຈຳນວນຫຼາຍ ຄວາມເປັນກົດໃນໝາກເຜັດອາດເພີ່ມໃນກະເພາະອາຫານ ກະຕຸ້ນໃຫ້ເກີດອາການກົດໄຫຼຢ້ອນຂື້ນມາໄດ້

3.ຖອກທ້ອງ: ຫຼາຍຄົນກິນເຜັດແລ້ວຖອກທ້ອງ ນັ້ນເປັນເພະາວ່າ ສານແຄບໄຊຊິນໃນໝາກເຜັດມີປະສິດທິພາບເຮັດໃຫ້ເກີດອາການໃນກະເພາະອາຫານ ແລະ ຮ່າງກາຍເຮົາບໍ່ສາມາດຍ່ອຍສານແຄບໄຊຊິນໄດ້ຢ່າງສົມບູນ.