5 ວິທີໃນການປ່ຽນແປງຕົນເອງ ໃຫ້ມີເງີນໃຊ້ແບບບໍ່ຂັດສົນ

5 ວິທີໃນການປ່ຽນແປງຕົນເອງ ໃຫ້ມີເງີນໃຊ້ແບບບໍ່ຂັດສົນ



ເລື່ອງເງິນເປັນສິ່ງສຳຄັນໃນການໃຊ້ຊີວິດ ເພາະທຸກຢ່າງມີລາຄາຂອງມັນ ແຕ່ຫຼາຍຄົນກໍມີບັນຫາເລື່ອງນີ້ເຊັ່ນກັນລແງປ່ຽນວິທີຄິດແລະມຸມມອງໃໝ່ໃຜຢາກມີກິນມີເກັບ ລອງເຮັດຕາມ 5ຂໍ້ດັ່ງລຸ່ມນີ້:


1.ວາງເປົ້າໝາຍໃຫ້ຊີວິດ: ຈະຊ່ວຍໃຫ້ເຮົາເບິ່ງເຫັນພາບລວມໄດ້ຊັດເຈນຂື້ນວ່າເຮົາຈະຕ້ອງໄປໃນທິດທາງໃດ,ຕ້ອງເຮັດຫຍັງແດ່ເພື່ອໄປໃຫ້ເຖິງເປົ້າໝາຍທີ່ຕັ້ງໄວ້ນອກຈາກວາງແຜນຊີວິດແລ້ວ ການວາງແຜນທາງການເງີນກໍສຳຄັນມີການແບ່ງສ່ວນເກັບໃຫ້ໃຊ້ຢ່າງມີວິໄນສະໝໍ່າສະເໝີຈະຊ່ວຍໃຫ້ເຮົາໃຊ້ຈ່າຍໄດ້ພໍ.


2. ສ້າງອາຊີບທີ 2ຫາລາຍໄດ້ເສີມ: ການເຮັດວຽກມີລາຍໄດ້ດຽວຈະເຮັດໃຫ້ລຳບາກ ຫາກເກີດເຫດການບໍ່ຄາດຝັນເກີດຂື້ນ ເຊິ່ງຈະຊ່ວຍໃຫ້ເຮົາ ມີທາງສຳຮອງໃນການຫາເງີນໄດ້ ໂດຍທີ່ບໍ່ເພິງພຽງລາຍໄດ້ຈາກງານປະຈຳເປັນຫຼັກແລະອາດສ້າງຄວາມໝັ້ນຄົງໃຫ້ເຮົາຫຼາຍຂື້ນ.


3. ຮູ້ຈັກເກັບອອມແລະການລົງທືນ: ເມື່ອເງີນເດືອນອອກໃຫ້ແບ່ງເງີນອອກເປັນ 3ສ່ວນຄື ສ່ວນທຳອິດ 50% ສຳຫຼັບຄ່າໃຊ້ຈ່າຍທີ່ພັກ,ອາຫານ,ຄ່ານໍ້າຄ່າໄຟ ແລະ ອື່່ນໆ ສ່ວນທີ 2 30% ສໍາລັບຈ່າຍໜີ້ສິນ ແລະ ສ່ວນທີ 3 20% ສຳລັບເງີນອອມເພື່ອເກີດສຸກເສີນເຊິ່ງການແບ່ງສັດສ່ວນຈະຊ່ວຍໃຫ້ມີເກັບງ່າຍຂື້ນ.


4. ຢຸດສ້າງພາລະໃຫ້ຕົນເອງ: ຫຼາຍຄົນມັກຈະເປັນແບບນີ້ ຄືການສ້າງພາລະໃຫ້ຕົນເອງບາງສິ່ງບາງຢ່າງກໍບໍຈຳເປັນຕ້ອງມີໄວ້ໃຫ້ເປັນພາລະຕົນເອງ ຄວຍຢຸດພຶດຕິກຳແບບນີ້ເພາະມັນກຳລັງເຮັດໃຫ້ການເງີນໃນອານາຄົດບໍ່ມີຫຍັງເລີຍ.
5.ຢຸດເປັນນັກໂຊກລາບສ່ຽງດວງ: ສິ່ງເຫຼົ່ານີ້ເປັນຕົ້ນເຫດຂອງການຜານເງີນໄດ້ງ່າຍໆ ບໍ່ມີດອກອອກຜົນໃຫ້ເຫັນຄືການນຳເງິນໄປລົງທືນ ອາດຈະຍິ່ງເຮັດໃຫ້ເພີ່ມໜີ້ສິນຕື່ມ ແລະ ກາຍເປັນບັນຫາທີ່ແກ້ໄຂບໍ່ໄດ້.

Leave a Reply

Your email address will not be published. Required fields are marked *

You cannot copy content of this page