ປູຕິນສັ່ງການໜ່ວຍງານທີ່ຍັງບໍ່ຊະນະໃຫ້ສູ້ຮົບຕໍ່!
ທ່າວະລາດິເມຍ ປູຕິນ ປະທານາທິບໍດີຣັດເຊຍ ອອກຖະແຫຼງຢ່າງເປັນທາງການ ຂໍສະແດງຄວາມຍິນດີກັບທະຫານຣັດເຊຍແລະໜ່ວຍຮົບສາທາລະນະລັດປະຊາຊົນລູຮານທີ່ປະສົບໄຊຊະນະແລະສາມາດປົດປ່ອຍແຂວງລູຮານ ທາງຕາເວັນອອກຂອງຢູເຄຼນໄດ້ສຳເລັດ
ພ້ອມສັ່ງການໄປຍັງທ່ານເຊເກ ໂຊຍກູ ກະຊວງການຕ່າງປະເທດລັດເຊຍ ໃຫ້ມອບລາງວັນແກ່ທະຫານແລະສົມຄວນທີ່ໜ່ວຍຮົບເຫຼົ່ານີ້ຈະໄດ້ພັກ ສ່ວນໜ່ວຍຮົບທີ່ຢູ່ລະຫວ່າງການປະຕິບັດການໃນແນວຮົບອື່ນ ຂໍໃຫ້ເຮັດຕາມແຜນທີ່ວາງໄວ້ໃຫ້ສຳເລັດຫວັງວ່າຈະປະສົບຄວາມສຳເລັດຄືກັນແນວຮົບແຂວງລູຮານ
ຖະແຫຼງການຂອງປະທານາທິບໍດີຣັດເຊຍ ມີຂື້ນທ່າມກາງສຽງວິພາກວິຈານຈາກນັກຂ່າວ ລວມເຖິງທ່ານອິກ ກີຄິນ ອະດີດເຈົ້າໜ້າທີ່ນັກຂ່າວ ກ່າວວ່າປະຕິບັດການຍືດເມືອງເຊເວໂຣໂດເນດ-ລີຊີຊານໃນແຂວງລູຮານໄດ້ບໍ່ຄຸ້ມເສຍ ຕິດກັບດັກຂອງຢູເຄຼນທີ່ຕ້ອງການໃຫ້ຣັດເຊຍສູນເສຍກຳລັງພົນເປັນຈຳນວນຫຼາຍ
ພ້ອມບົ່ງຊີວ່າກອງທັບຈຳເປັນຕ້ອງສັບປ່ຽນກຳລັງພົນໃຫ້ໜ່ວຍຮົບໃນແນວໜ້າໄດ້ພັກ ແຕ່ໃນຂະນະດຍວກັນຕ້ອງບໍ່ສູນເສຍຈັງຫວະການໂຈມຕີ ເພາະຫາກພັກຜ່ອນປັບຂະບວນທັບດົນເກີນໄປຈະເຮັດໃຫ້ຢູເຄຼນກັບມາໄດ້ປຽບເຊິ່ງນັກວິເຄາະຕາເວັນຕົກເບິ່ງວ່າ ຄຳວິຈານດັ່ງກ່າວເປັນສຽງຮຽກຮ້ອງໃຫ້ລັດຖະບານຣັດເຊຍເຊົາໃຊ້ທະຫານທີ່ມີ ແລະ ປະກາດລະດົມພົນເຮັດສົງຄາມຢ່າງເປັນທາງການ.