ບໍ່ຕ້ອງຮອດມືນາໂຕ້! ຊີ້ບໍ່ມີແຜນຕັ້ງຖານທັບໃນສະວີເດັນ-ຟິນແລນຫຼັງຣັດເຊຍຂູ່ຈະຕອບໂຕ້ຢ່າງໜັກ

ບໍ່ຕ້ອງຮອດມືນາໂຕ້! ຊີ້ບໍ່ມີແຜນຕັ້ງຖານທັບໃນສະວີເດັນ-ຟິນແລນຫຼັງຣັດເຊຍຂູ່ຈະຕອບໂຕ້ຢ່າງໜັກ

ເວລານີ້ນາໂຕ້ບໍ່ມີແຜນສົ່ວທະຫານເຂົ້າປະຈຳການໃນສະວີເດັນແລະຟິນແລນ ຄັ້ງທີ່ທັງສອງປະເທດສິ້ນສຸດຂະບວນການເຂົ້າເປັນສະມາຊິກຢ່າງສົມບູນ ຈາກຄຳຢືນຢັນຂອງຮອງເລຂາທິການພັນທະມິດທະຫານທີ່ນຳໂດຍສະຫະລັດແຫ່ງນີ້


ມີຊາ ຈີໂອອານາ ຮອງເລຂາທິການອົງການສົນທິສັນຍາແອດແລນຕກເໜືອ ( ນາໂຕ ) ໃຫ້ສຳພາດວ່າ “ ເຮົາບໍ່ມີແຜນປະຈຳການທະຫານເພີ່ມເຕີມໃນທັງສອງປະເທດ ພວກເຂົາມີກອງກຳລັງທີ່ໜ້າຢ້ານກົວຢູ່ແລ້ວ ພວກເຂົາມີຄວາມເຂັ້ມແຂງໃນການປ້ອງກັນຕົນເອງ”


ປະທານທິບໍດີວະລາດິມີ ປູຕິນ ແຫ່ງຣັດເຊຍ ເຕືອນວ່າຫາກມີການປະຈຳການກອງທະຫານຫຼືໂຄງສ້າງພື້ນຖານທະຫານໃນສະວີເດັນແລະຟິນແລນ “ເຮົາຈຳເປັນຕ້ອງຕອບໂຕ້ຢ່າງສາສົມ ແລະ ຍົກລະດັບໄພຄຸກຄາມແບບດຽວກັນກັບດິນແດນເຫຼົ່ານີທີ່ກໍໄພຄຸກຄາມກັບພວດເຮົາ”


ຈີໂອອານາກ່າວວ່າ “ ເຮົາມີແຜນຕັ້ງຖານທັບນາໂຕ້ໃນ 2ປະເທດນີ້ ເພາະວ່າພວກເຂົາມີກອງທັບ ແລະ ວຸດທິພາວະທາງຍຸດທະສາດໃນລະດັບສູງຫຼາຍ”
ຫຼັງເລີ່ມຂະບວນການ ການເຂົ້າຮ່ວມຈາກນີ້ຈະຂື້ນຢູ່ກັບຣັດຖະສະພາຂອງຣັດສະມາຊິກທຸກຊາດທັງໝົດ 30ປະເທດ ທີ່ຈະເປັນຜູ້ຮັບຮອງສະຖານະພາບສະມາຊິກນາໂຕ້ຂອງຟິນແລນແລະສະວີເດັນ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page