ເຊເລນສະກີ ເຜີຍຟື້ນຟູຢູເຄຼນ ຄາດໃຊ້ງົບ 7.5ແສນລ້ານໂດລາ
ເຊເລນສະກີ ເຜີຍຄ່າໃຊ້ຈ່າຍໃນການຟື້ນຟູປະເທດທີ່ເສຍຫາຍຈາກການຖຶກຣັດເຊຍຮຸກຮານອາດສູງເຖິງ 750.000ລ້ານໂດລາສະຫະລັດ ຂະນະທີ່ປະທານາທິບໍດີໂວໂລດິມີ ເຊເລນສະກີ ເນັ້ນຢໍ້າວ່າການຟື້້ນຟູຢູເຄຼນຖືເປັນ “ ພາລະກິດຮ່ວມ ” ຂອງໂລກປະຊາທິປະໄຕ
ໃນການປະຊຸມນານາຊາດເພື່ອຟື້ນຟູບູລະນະຢູເຄຼນ ເຊິ່ງຈັດຂື້ນທີ່ເມືອງລູກາໂນ ທາງຕອນໃຕ້ຂອງສະວິດເຊີແລນ ລະຫວ່າງວັນທີ 4-5ກໍລະກົດ ເຊເລນສະກີແລະບັນດາລັດຖະມົນຕີຢູເຄຼນໄດ້ອອກມາຊື້ແຈງເຖິງຄວາມເສຍຫາຍຄັ້ງໃຫຍ່ແລະ ຄວາມຊ່ວຍເຫຼືອທີ່ຈຳເປັນຕ່າງໆ ທີ່ຢູເຄຼນຄາດຫວັງຈະໄດ້ຮັບຈາກນານາຊາດ ຫຼັງຈາກທີ່ຖຶກຣັດເຊຍເປີດສຶກຮຸກຮານເຕັມຮູບແບບມາຕັ້ງແຕ່ເດືອນກຸມພາ.
“ ເຮົາເຊື່ອວ່າແຫຼ່ງເງີນທືນຫຼັກທ ຄວນມາຈາກຊັບສິນຂອງລັດຖະບານຣັດເຊຍ ແລະ ບັນດາເສດຖະກິດຜູ້ທີ່ມີອິດທິພົນຊາວຣັດເຊຍ ທີ່ຖຶກອາຍັດໄວ້ ທາງການຣັດເຊຍເປັນຝ່າຍເລີ່ມສົງຄາມນອງເລືອດຄັ້ງນີ້ ພວກເຂົາກໍ່ຄວາມເສຍຫາຍຢ່າງໃຫຍ່ຫຼວງ ດັ່ງນັ້ນຄວນຈະຕ້ອງຮັບຜິດຊອບ” ນາຍົກ ຢູເຄຼນກ່າວ