ສີລັງກາໃຊ້ຟືນປຸງແຕ່ງອາຫານ ແກ້ບັນຫາຂາດແຄນອາຍແກັສທຳມະຊາດ
ຊາວສີລັງກາຫັນໜ້າເຂົ້າຫາວິທີຊາວບ້ານ ໂດຍຕ້ອງກັບມາໃຊ້ຟືນໃນການປຸງແຕ່ງອາຫານທົດແທນກ໊າຊທີ່ຢູ່ໃນພາວະວິກິດຂາດແຄນເຊັ່ນດຽວກັບພະລັງງານອື່ນທ່າມກາງພາວະວິກິດເສດຖະກິດຂອງສີລັງກາ ທີ່ປາຊາຊົນຕ້ອງປະສົບບັນຫາຂາດແຄນທຸກໆດ້ານ

ບໍວ່າຈະເປັນເຄື່ອງໃຊ້ທີ່ຈຳເປັນຄືຢາຮັກສາໂລກ ຈົນໄປເຖິງກ໊າຊທຳມະຊາດແລະນໍ້າມັນເຊື້ອໄຟ ອີກທາງເລືອກໜື່ງທີ່ປະຊາຊົນຕ້ອງໃຊ້ເປັນທາງລອດໃນເວລານີ້ ກໍຄືການໃຊ້ຟືນມາປະກອບໃນການປຸງແຕ່ງອາຫານທົດແທນເຊື້ອໄຟ ຫັນມາໃຊ້ກ໊າຊທຳມະຊາດ

ຫຼັງຈາກທີ່ເກີດເຫດແກ໊ສໃນຫ້ອງຄົວລະເບີດກວ່າ 1.000ແຫ່ງ ທົ່ວປະເທດ ຈົນມີລາຍງານຜູ້ເສຍຊີວິດ ເຊິ່ງສາເຫດມາຈາກການທີ່ຜູ້ຜະລິດກ໊າຊປຸງແຕ່ງອາຫານຕັດຫຼຸດຄ່າໃຊ້ຈ່າຍ ຈົນເພີ່ມຄວາມດັນພາຍໃນຖັງຈົນເຖິງລະດັບອັນຕະລາຍ ແຕ່ນັ້ນບໍ່ແມ່ນເຫດຜົນດຽວທີ່ເຮັດໃຫ້ປະຊາຊົນຕ້ອງຫັນມາໃຊ້ຟືນ ເພາະໃນເວລານີບໍ່ມີກ໊າຊໄວປຸງແຕ່ງອາຫານເຫຼືອພໍຈໍາໜ່າຍຫຼືຫາກມີກໍລາຄາສູງເກີນກວ່າທີ່ຄົນສ່ວນໃຫຍ່ຈະແບກຮັບພາລະໄດ້.