ສັນຍານເຕືອນໂລກຫົວໃຈໄພງຽບທີ່ບໍ່ຄວນເບິ່ງຂ້າມອັນຕະລາຍເຖິງຊີວິດ
ໂລກຫົວໃຈເປັນໂລກທີ່ຢູ່ໃກ້ຕົວຄົນເຮົາຫຼາຍກວ່າທີ່ຄິດ ເພາະສັງຄົມທີ່ປ່ຽນໄປເຮັດໃຫ້ວິທີການໃຊ້ຊີວິດຂອງຄົນຕ້ອງແຂ່ງກັບເວລາຫຼາຍຂື້ນຈົນອາດຈະລືມນຶກຄິດເລື່ອງສຸຂະພາບ ເຊີິ່ງເປັນສິ່ງທີ່ສຳຄັນຫຼາຍທີ່ສຸດກວ່າຈະຮູ້ຕົວກໍພົບວ່າຕົນເອງເຈັບປ່ວຍແລ້ວ ເຊິ່ງໂລກຫົວໃຈເປັນໄພງຽບທີ່ຮ້າຍແຮງຫຼາຍ ບໍ່ສະແດງອາການໃຫ້ເຫັນແຕ່ຕົ້ນ ມື້ນິແອດຈະມາບອກສັນຍານເຕືອນດັ່ງລຸ່ມນີ້:
ຮ່າງກາຍອ່ອນເພຍ: ຈະຮູ້ສຶກເມື່ອຍຈົນບໍ່ສາມາດເຮັດກິດຈະວັດຂອງຕົວເອງໄດ້ຕາມປົກກະຕິ ເພາະເມື່ອເກີດອາການຫົວໃຈວາຍ ລະບົບໄຫຼວຽນຂອງເລືອດຈະຫຼຸດລົງເຮັດໃຫ້ເກີດພາວະຕືງຄຽດໃນກ້າມເນື້ອເຊິ່ງເຮັດໃຫ້ເກີດອາການອ່ອນເພຍໄດ້.
ມີອາການເຈັບປວດຢ່າງຮຸນແຮງບໍລິເວນໜັງ,ແຂນຫຼືໜ້າເອິກ: ມັກຈະເປັນສັນຍານເຕືອນໄພງຽບຂອງອາການຫົວໃຈວາຍ ເພາະເມື່ອເຊວກ້າມເນື້ອເລີ່ມຂາດອອກຊີເຈນຈະສົ່ງຜົນໃຫ້ເກີດອາການເຈັບປວດ ເຊິ່ງເມື່ອເກີດອາການຫົວໃຈວາຍຫຼອດເລືອດຈະຖຶກປິດກັ້ນເພື່ອປ້ອງກັນບໍ່ໃຫ້ອອກຊີເຈນໃນເລືອດໄປລ້ຽງກ້າມເນື້ອ ແລະ ອາການນີ້ຈະສົ່ງສັນຍານໄປຍັງສະໝອງເກີດການສັບສົນແລະເກີດອາການເຈັບປວດຢ່າງຮຸນແຮງ.
ຫາຍໃຈຖີ່: ຫາກຮູ້ສຶກວ່າການຍ່າງເຮັດໃຫ້ເມື່ອຍງ່າຍ ແລະ ຫາຍໃຈຖີ່ກວ້າປົກກະຕິ ນັ້ນອາດເປັນສັນຍານເຕືອນທີ່ບົ່ງບອກວ່າກຳລັງປະເຊີນກັບໂລກຫົວໃຈຖີ່ກວ່າປົກກະຕິ.
ແສບຮ້ອນກາງເອີກ: ຢ່າຄິດວ່າການແສບຮ້ອນກາງເອີກເປັນພຽງໂລກກົດໄຫຼຢ້ອນເທົ່ານັ້ນ ເພາະຖ້າອາການນີ້ໜັກຈົນສົ່ງຜົຍນເຮັດໃຫ້ບໍ່່ສາມາດເຮັດຫຍັງໄດ້ນັ້ນກໍອາດເປັນສາເຫດຂອງໂລຫົວໃຈໄດ້.
ທ້ອງໄສ້ບໍ່ດີ: ສັນຍານເຕືອນພາວະຫົວໃຈລົ້ມເຫຼວໃນບາງຄັ້ງກໍມີອາການຄ້າຍກັບອາການປຸ້ນທ້ອງ ອາຈຽນ ໂດຍສະເພາະຜູ້ຍິງ ຄິດບໍ່ເຖິງຄວາມອັນຕະລາຍຂຂອງອາການເຫຼົ່ານີ້ກໍອາດນຳມາສູ່ອັນຕະລາຍເຖິງຊີວິດໄດ້