ຣັດເຊຍຊໍ້າເຕີມວິກິດຢູໂຣບ! ລະງັບປະຕິບັດການທໍ່ລໍາລຽງນ້ຳມັນຈາກຄາຊັດ
ສານແຫ່ງໜື່ງຂອງຣັດເຊຍ ມີຄຳສັ່ງລະງັບປະຕິບັດການຂອງທໍ່ລຳລຽງແຄສະປຽນ ໄປໄລ ຄອນຊໍທຽມ ເປນເວລາ 30ວັນ ສ້າງຄວາມວິຕົກກັງວົນຕໍ່ອຸປະທານພະລັງງານໃນຢູໂຣບແລະທົ່ວໂລກ ເນື່ອງຈາກມັນລໍາລຽງນໍ້າມັນຈາກຄາຊັກສະຖານສູ່ທະເລດຳຜ່ານໜື່ງໃນທໍ່ລຳລຽງທີ່ມີຂະໜາດໃຫຍ່ທີ່ສຸດຂອງໂລກ.
ສໍານັກຂ່າວຮັດເຊຍ ລາຍງານວ່າຄຳສັ່ງລະງັບຂົນສົ່ງດັ່ງກ່າວມີຄວາມຈຳເປັນສືບເນື່ອງຈາກບັນຫາທາງເທັກນິກທີ່ພົບໂດຍສຳນັກງານກຳກັບດູແລສະຫວັດດີພາບແລະຄຸ້ມຄອງຜູ້ບໍລິໂພກຂອງຣັດເຊຍ.
ທາງຜູ້ບໍລິຫານທໍ່ລຳລຽງແຄປຽນ ໄປໄລ ຄອນຊໍທຽມ ລະບຸວ່າຄຳສັ່ງລະງັບປະຕິບັດການກ່ຽວຂ້ອງກັບງານເອກະສານໃນດ້ານການຮົ່ວໄຫຼຂອງນ້ຳມັນ ແລະ ທາງ CPC ຕ້ອງປະຕິບັດຕາມຄຳຕັດສິນຂອງສານ.
ທາງບໍລິສັດເນັ້ນຢໍ້າອີກວ່າພວກເຂົາໄດ້ຢື່ນອຸທອນຕໍ່ສານໃນເມືອງໂນໂວຣອດຊີ ເປັນທີ່ຮຽບຮ້ອຍແລ້ວ ໂດຍຂໍໃຫ້ເລື່ອນບັງຄັບໃຊ້ຄຳສັ່ງອອກໄປ ເພື່ອຫຼີກລ່ຽງການຢຸດສະງັດຂອງປະຕິບັດການ ເຊິ່ງອາດກໍ່ຜົນກະທົບທີ່ບໍ່ອາດແກ້ໄຂໄດ້ກັບເຄື່ອງໄມ້ເຄື່ອງມືຂອງທໍ່ລຳລຽງ
ແນວໃດກໍຕາມ ມີການອ້າງວ່າມີຄວາມໃກ້ຊິດກັບປະຕິບັດການຂອງສະຖານີ ນ້ຳມັນລະບຸວ່າການສົ່ງອອກນ້ຳມັນຈາກສະຖານີ CPC ໃນທະເລດຳ ຍັງຄົງເປັນໄປຕາມປົກກະຕິ ສ່ວນແຫຼ່ງຂ່າວອື່ນໆໃນເຂດອຸດສາຫະກຳ ກໍຢືນຢັນເຊັ່ນດຽວກັນວ່າການສະໜອງນ້ຳມັນຈາກບໍ່ຕ່າງໆໆທີ່ປ້ອນສູ່ທໍ່ລຳລຽງ CPC ບໍ່ປະສົບບັນຫາຕິດຂັດໃດໆ.