ນາຍົກ UK ຄິດໜັກ ຫຼັງຄະນະລັດຖະມົນຕີແລະກະບົດກົດດັນໃຫ້ລາອອກ
ບໍຣິດ ຈອນສັນ ນາຍົກລັດຖະມົນຕີສະຫະລາດຊະອານາຈັກ ຂັດຂືນແຮງກົດດັນຈາກຄະນະລັດຖະມົນຕີລະດັບອາວຸໂສແລະການກໍ່ກະບົດເພີ່ມຂື້ນເລື້ອຍໆ ພາຍໃນພັກຄອນເຊີເວທີຂອງເຂົາ ທີ່ຫວັງບີບໃຫ້ເຂົາລາອອກຈາກຕຳແໜ່ງ
ໂດຍປະກາດກ້າວຈະຕໍ່ສູ້ກັບຄວາມພະຍາຍາມໃດໆ ທີ່ມີເປົ້າປະສົງຂັບໄລ່ເຂົາລົງຈາກຕຳແໜ່ງ ອັນສືບເນື່ອງຈາກກໍລະນີຕ່າງໆຫຼັງຈາກກ່ອນໜ້ານີມີບຸກຄົນພາຍໃນລັດຖະບານອອກຫຼາຍກວ່າ 40ທ່ານ ແລະ ສ.ສ ຈາກພັກຄອນເຊີເວທີຫຼາຍລາຍການກໍ່ກະບົດຢ່າງເປີດເຜີຍ ບັນດາລັດຖະມົນຕີບາງສ່ວນໄດ້ມຸ່ງນ້າໄປຍັງທຳນຽບນາຍົກລັດຖະມົນຕີ ເພື່ອບອກກັບ ຈອນສັນວ່າ ເຖິງເວລາແລ້ວທີ່ເຂົາຄວນສະຫຼະຕຳແໜ່ງ.
ໜື່ງໃນນັ້ນສະເໜີໃຫ້ເຂົາລາອອກຢ່າງສະຫງ່າງາມດ້ວຍການກຳໜົດກອບເວລາຂອງຕົນເອງ ແທນທີ່ຈະຕ້ອງຜະເຊີນກັບການລົງມະຕິບໍ່ໄວ້ວາງໃຈ ເຊິ່ງບັນດາສະມາຊິກສະພາຜູ້ແທນລາດຈຳນວນຫຼາຍ ເຊື່ອວ່າເຂົາກໍຈຳເປັນຕ້ອງລົງຈາກຕໍາແໜ່ງແລະຄຳຖາມດຽວກໍຄືມັນເກີດຂື້ນຕອນໃດເທົ່ານັ້ນ.