6 ຂໍ້ຄິດເຕືອນໃຈ ສຳລັບຄົບພົບບັນຫາມໍລະສຸມໃນຊີວິດ

6 ຂໍ້ຄິດເຕືອນໃຈ ສຳລັບຄົນທີ່ພົບບັນຫາມໍລະສຸມໃນຊີວິດ


1. ລອງຄິດວ່າຫາກມີຊີວິດເກີດຂື້ນມາໃນໂລກນີ້ແລ້ວ ຄວນຂອບໃຈທີ່ໄດ້ມີຊີວິດຢູ່ ເຖິງບາງເວລາອາດຈະເປັນຝັນຮ້າຍແຕ່ເຮົາມີໂອກາດທີ່ຈະເຮັດໃຫ້ທຸກຢ່າງກັບມາດີໄດ້ຍ້ອນເຮົາຍັງມີຊີວິດແລະລົມຫາຍໃຈໃຫ້ສູ້ຕໍ່.


2. ບໍ່ວ່າຕອນນີ້ຈະຮູ້ສຶກແນວໃດຢູ່ ຈົງລຸກຂື້ນຕັ້ງເປົ້າໝາຍ ຢ່າຍອມແພ້ ຢ່າປ່ອຍໃຫ້ຊີວິດທຳຮ້າຍດົນເກີນໄປ ການພະຍາຍາມຮັກສາວິທີຄິດທີ່ດີແລະປ່ຽນແປງສິ່ງທີ່ກະທົບຈິດໃຈໃຫ້ກາຍເປັນແຮງພັກດັນໃນຊີວິດເພາມັນຈະເຮັດໃຫ້ເຮົາກ້າວໄປທາງໜ້າໄດ້


3.ໜື່ງການຕັດສິນໃຈ ສາມາດປ່ຍນແປງຊີວິດເຮົາໄດ້ ຖ້າບໍ່ມັກ ຊີວິດທີ່ເປັນຢູ່ ຈົງຈື່ໄວ້ວ່າ ເຮົາສາມາດປ່ຽນແປງມັນໄດ້ສະເໝີ ດັ່ງນັ້ນຢ່າໃຫ້ຄວາມເປັນຈິງເຮັດໃຫ້ໝົດກຳລັງໃຈ


4. ການຄິດຫຼາຍເຮັດໃຫ້ເຮົາອາລົມເສຍ: ຈົງຫາຍໃຈເຂົ້າເລິກໆ ແລ້ວປ່ອຍວາງເລື່ອງລາວຮ້າຍໆຖິມໄປ ບາງຄັ້ງເຮົາກໍມັກສ້າງບັນຫາທີ່ບໍ່ມີຈິງຂື້ນມາໃຫ້ໜັກສະໝອງ ຈົງມີສະຕິປັນຍາໃຫ້ຫຼາຍຂື້ນ ແລະ ຢ່າປ່ອຍໃຫ້ສິ່້ງທີ່ຄິດລົບຄວບຄຸມຕົນເອງ


5.ຍິ່ງອາຍຸເພີ່ມຂື້ນຫຼາຍ: ເຮັດໃຫ້ເຮົາຄິດວ່າກຳລັງເຮັດຫຍັງຢູ່ ເມື່ອໃດທີ່ຄຽດກັບຊີວິດໃຫ້ຄິດວ່າເຮົາທຸກຄົນຕ່າງກໍຕ້ອງດິ້ນລົນຄືກັນໝົດ ບໍ່ມີໃຜຮູ້ຫຼາຍກວ່າໃຜໃນບາງເລື່ອງໄດ້ ຈົ່ງຄິດວ່າເຮົາບໍ່ໄດ້ຢູ່ຄົນດຽວໃນໂລກ
6. ຈົ່ງພະຍາຍາມເບິ່ງຫາສິ່ງໃໝ່ໆທຸກມື້ ເຖິງມັນຈະຍາກສໍ່າໃດ ບໍ່ມີທາງທີ່ທຸກມື້ຈະສວຍງາມ ຕາມທີ່ຕົນເອງວາງແຜນໄວ້ ຫາກມື້ໃດພົບເຈີເລື່ອງທ້າທາຍ ຈົ່ງໃຊ້ມັນປ່ຽນແປງໄປໃນທາງທີ່ດີຂື້ນໃຫ້ໄດ້.

Leave a Reply

Your email address will not be published. Required fields are marked *

You cannot copy content of this page