ອາດີດຜູ້ນຳຣັດເຊຍຂູ່ໂລກອາດພົບສົງຄາມນິວເຄຼຍຫາກລັດເຊຍຖືກສານ ICC ລົງໂທດຖານບຸກຢູເຄຼນ

ອາດີດຜູ້ນຳຣັດເຊຍຂູ່ໂລກອາດພົບສົງຄາມນິວເຄຼຍຫາກລັດເຊຍຖືກສານ ICC ລົງໂທດຖານບຸກຢູເຄຼນ

ດາມິຕີ ເມດເວເດບ ອະດີດປະທານທິບໍດີຣັດເຊຍ ອອກມາເວົ້າເຖິງຄວາມເປັນໄປໄດ້ທີ່ຈະເກີດ “ ສົງຄາມນິວເຄຼຍ” ຂື້ນ ຫາກຣັດເຊຍຖຶກສານອາຍາລະຫວ່າງປະເທດ ( ໄອຊີຊີ ) ພິພາກສາລົງໂທດຖານກໍອາດຊະຍາກຳໃນຢູເຄຼນ.


“ ຄວາມຄິດທີ່ຈະລົງປະເທດປະເທດເຊິ່ງມີຄັງແສງນິວເຄຼຍໃຫຍ່ທີ່ສຸດໃນໂລກ ເປັນເລື່ອງໄຮ້ສາລະໃນຕົວເອງຢູ່ແລ້ວ” ເມດເວເດບ ເຊິ່ງເປັນພັນທະມິດຄົນສະໜິດຂອງປະທານາທິບໍດີ ວະລາດິມີ ປູຕິນ ແລະມັນອາດເປັນໄພຄຸກຄາມຕໍ່ຄວາມຢູ່ລອດຂອງມະນຸດຊາດດ້ວຍ” ເຂົາເຕືອນ
ເມດເວເດບ ເຄີຍສະຫຼັບມານັ່ງຕໍາແໜ່ງປະທານາທິບໍດີແທນ ປູຕິນ ເມື່ອຊ່ວງປີ 2008-2012 ແລະ ປັດຈຸບັນດຳລົງຕຳແໜ່ງຮອງປະທານສະພາຄວາມໝັ້ນຄົງແຫ່ງຣັດເຊຍ.


ອະດີດປະທານາທິບໍດີໜີຂາວຊີ້ວ່າ ສະຫະລັດຈະເຮັດໃຫ້ຣັດເຊຍຕົກເປັນໂຈດໃນສານລະຫວ່າງປະເທດ ໃນຂະນະທີ່ອາເມຣິກາເອງບໍ່ເຄີຍຖຶກສອບສວນລົງໂທດເລີຍຈັກຄັ້ງຈາກການເຂົ້າໄປເຮັດສົງຄາມໃນພູມມິພາກຕ່າງໆ ເຊິ່ງໄດ້ຂ້າຊີວິດປະຊາກອນໂລກໄປເຖິງ 20ລ້ານຄົນ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page