5 ສັນຍານອັນຕະລາຍ ຮ່າງກາຍເຕືອນໃຫ້ເຮົາຕ້ອງ “ ພັກຜ່ອນໃຫ້ພຽງພໍ”
ບໍ່ວ່າຈະຮຽນຫຼືເຮັດວຽກ ສິ່ງເຫຼົ່ານີ້ກໍສາມາດສ້າງຄວາມຄຽດ ຄວາມກົດດັນໃຫ້ກັບເຮົາໄດ້ ສ່ວນໃຫຍ່ມັນຈະຄ່ອຍໆສະສົມຄວາມເໝື່ອຍ,ຄວາມຄຽດໃຫ້ກັບຮ່າງກາຍ ແລະ ຈິດໃຈຂອງເຮົາ ຈົນເຖິງຈຸດທີ່ຕົວເຮົາຈະສົ່ງສັນຍານອອກມາ ຖ້າເຮົາມີ 6ສັນຍານນີ ກໍຄວນຮີບຢຸດພັກຜ່ອນໃຫ້ໄວທີ່ສຸດ.
1.ບໍ່ມີສະມາທິ: ອາການທຳອິດເຮົາມັກບໍ່ມີສະມາທິ,ສັບສົນ ຮູ້ສຶກກັງວົນ ອາການນີມັກເກີດຂື້ນຈາກການບໍ່ໄດ້ພັກຜ່ອນຢ່າງພຽງພໍ ຄວາມກັງວົນເຖິງງານທີ່ມີບັນຫາ
2.ນອນຫຼັບຍາກ: ກວ່າຈະຫຼັບກໍຍາກ ຕື່ນກາງເດີກ ພະຍາຍາມນອນເທົ່າໃດກໍບໍຫຼັບ ອາການເຫຼົ່ານີຫາກຕິດຕໍ່ກັນດົນໆ ຈະສົ່ງຜົນທັງສຸຂະພາບກາຍແລະສຸຂະພາບຈິດ ສ່ວນໃຫຍ່ມັກມາຈາກຄວາມຄຽດ
3.ກິນບໍ່ປົກກະຕິ: ກິນຫຼາຍກວ່າປົກກະຕິຫຼືກິນໜ້ອຍກວ່າປົກກະຕິ ເປັນສັນຍານເຕືອນຂອງຄວາມຄຽດຢ່າງໜື່ງທີ່ບອກກັບຕົວເຮົາວ່າຄວນຕ້ອງຢຸດພັກຈາກກິດຈະກຳທີ່ເຮັດໃຫ້ຄຽດ
4.ບໍ່ມີແຮງຈູງໃຈ: ໝົດກຳລັງໃຈ ບໍ່ຢາກລຸກໄປເຮັດຫຍັງເລີຍ ທັງທີ່ປົກກະຕິເຄີຍຢາກເຮັດຫຼືບໍ່ອອກໄປພົບປະຜູ້ຄົນ ອາການແບບນີ້ມາຈາກຄວາມເບື່ອຈົນບໍ່ຢາກເຮັດຫຍັງ
5.ປ່ວຍຕະຫຼອດເວລາ: ຮູ້ສຶກບໍ່ສະບາຍຕົວ,ປວດຫົວ ບໍ່ສະບາຍຕະຫຼອດເວລາ ອາການີ້ຄວາມຄຽດ,ຄວາມກັງວົນ,ການພັກຜ່ອນບໍ່ພຽງພໍ ອາດຈະສົ່ງຜົນຕໍ່ລະບົບພູມຄູ້ມກັນຂອງເຮົາໃຫ້ປ່ວຍງ່າຍ