ເຢຍລະມັນໝົດຄວາມອົດທົນ! ຊີ້ແນະໃຫ້ຢູເຄຼນສະຫຼະດິນແດນແລກສັນຕິພາບກັບຣັດເຊຍ
ຊາວເຢຍລະມັນເກືອບເຄີ່ງໜື່ງເຊື່ອວ່າຢູເຄຼນຄວນຍອມເສຍສະຫຼະດິນແດນໃນທາງພາກຕາເວັນອອກຂອງປະເທດ ເພື່ອບັນລຸຂໍ້ຕົກລົງສັນຕິພາບກັບຣັດເຊຍ ຈາກຜົນຕຳຫຼວດຄວາມຄິດເຫັນປະຊາຊົນຮອບລ່າສຸດ
ຜົນສຳຫຼວດຄວາມຄິດເຫັນພົບວ່າມີຊາວເຢຍລະມັນເຖິງ 47% ທີ່ສະໜັບສະໜູນແນວຄິດໃຫ້ຢູເຄຼນຍອມສະຫຼະດິນແດນແກ່ຣັດເຊຍ ສ່ວນທີ່ຕໍ່ຕ້ານມີ 41% ແລະ ອີກ 12% ບອກວ່າບໍ່ແນ່ໃຈ
ນອກຈການີຜູ້ຕອບແບສອບຖາມສ່ວນໃຫຍ່ເກືອບ 69% ບໍ່ເຊື່ອວ່າຢູເຄຼນຈະສາມາດເອົາຊະນະຣັດເຊຍໄດ້ມນສະໜາມຮົບແລະຜັກດັນກອງກຳລັງມອສໂກອອກນອກປະເທດ ແລະ ມີພຽງ 26% ທີ່ເຊື່ອໝັ້ນໃນແນວຄວາມຄິດທີ່ວ່າ ການທີ່ຕາເວັນຕົກຮ່ວມແຮງຮ່ວມໃຈກັນຈັດຫາອາວຸດມອບແກ່ຢູເຄຼນຫຼາຍພໍ ຈະສາມາດຊ່ວຍມອບໄຊຊະນະທາງທະຫານເໜືອຣັດເຊຍ.
ແນວໃດກໍຕາມ ຜົນສຳຫຼວດຄວາມຄິດເຫັນພົບວ່າມີຊາວເຢຍລະມັນ 56% ເຊື່ອວ່າການຈັດຫາອາວຸດໜັກມອບແກ່ຄຽບເປັນສິ່ງທີ່ຖຶກຕ້ອງທີ່ຕ້ອງເຮັດ ແລະ ມີພຽງ40%ທີ່ຄັດຄ້ານ.