ສີ ຈິ້ນຜິງຢໍ້າ ຈີນ-ຣັດເຊຍສະໜັບສະໜູນເຊິ່ງກັນແລະກັສະຫະລັດ ເຕືອນລະວັງເລືອກຂ້າງຜິດ
ໃນການເຈລະຈາກັບປະທານາທິບໍດີວະລາດິເມຍ ປູຕິນ ຂອງຮັດເຊຍໃນວັນຄ້າຍວັນເກີດຂອງປະທານາທິບໍດີສີ ຈິ້ນຜິງ ຂອງຈີນ ທ່ານຮັບປາກວ່າ ຈະສະໜັບສະໜູນຣັດເຊຍຕໍ່ໄປ ດ້ານສະຫະລັດ ເຕືອນລະວັງຢູ່ຜິດຝັ່ງໃນປະຫວັດສາດ
ທ່ານສີ ກ່າວວ່າ ທັງສອງປະເທດຈະ “ ສະໜັບສະໜູນເຊິ່ງກັນແລະກັນທັງໃນແງ່ຂອງຄວາມໝັ້ນຄົງແລະອະທິປະໄຕ” ໂດຍທ່າສີ ເນັ້ນຢໍ້າເລື່ອງສະຖານະການໃນຈຢູເຄຼນວ່າ ຈີນ “ ປະເມີນສະຖານະການຢ່າງອິດສະລະບົນພື້ນຖານຂອງບໍລິບົດທາງປະຫວັດສາດ”
ຂະນະທີ່ຖະແຫຼງການຂອງລັດຖະບານຣັດເຊຍ ລະບຸວ່າ ທ່ານສີ “ ລະບຸເຖິງຄວາມຊອບທຳ ໃນການກະທຳຂອງຮັດເຊຍເພື່ອປົກປ້ອງຜົນປະໂຫຍດພື້ນຖານຂອງປະເທດຈາກການປະເຊີນກັບແຮງທ້າທາຍດ້ານຄວາມໝັ່ນຄົງທີ່ເກີດຈາກການກະທຳພາຍນອກ”