ໂດເນດຮຽກຮ້ອງໃຫ້ມີການຍົກຍ້າຍຫຼັງຈາກກອງທັບຣັດເຊຍເລີ່ມລະດົມຍິງ

ໂດເນດຮຽກຮ້ອງໃຫ້ມີການຍົກຍ້າຍຫຼັງຈາກກອງທັບຣັດເຊຍເລີ່ມລະດົມຍິງ


ກອງທັຍຣັດເຊຍເລີ່ມປະຕິບັດຮຸກຮານເຂົ້າສູ່ແຂວງໂດເນດ ທາງພາກຕາເວັນອອກຂອງຢູເຄຼນ ຫຼັງກ່ອນໜ້ານີ້ ປະສົບຄວາມສຳເລັດໃນການຕີເມືອງເຊເວໂຣໂດເນດ-ລີຊີຊານແລະຢືດຄອງແຂວງລູຮານ ເຊິ່ງເປັນໜື່ງໃນສອງແຂວງຂອງເຂດດອນບາສໄດ້ຢ່າງເປັນທາງການ

ທ່ານເຊີເກ ໄຮດາຍ ຜູ້ວ່າການຈັງຫວັດລູຮານຢູເຄຼນ ເປີດເຜີຍວ່າ ກອງທັບຢູເຄຼນພະຍາຍາມຢັບຢັງສັດຕູໄວ້ທີ່ຊາຍແດນແຂວງລູຮານ-ໂດເນດ ແຕ່ຖຶກລະດົມຍິງດ້ວຍປືນໃຫຍ່ ຢ່າງນັກນ່ວງຕະຫຼອດແນວຮົບ ພ້ອມລະບຸວ່າຂະນະນີ້ບໍ່ມີບ່ອນໃດໃນແຂວງໂດເນກເປັນບ່ອນປອດໄພ.


ຂະນະທີ່ທ່ານ ພາໂລ ຄີຣີເລນໂກ ຜູ້ວ່າການແຂວງໂດເນດຢູເຄຼນ ອອກຖະແຫຼງການໃນເວລາຕໍ່ມາ ຮຽກຮ້ອງໃຫ້ປະຊາກອນໃນແຂວງທີ່ເຫຼືອຢູ່ປະມານ 350.000ຄົນ ເລັ່ງອົບພະຍົບອອກຈາກແຂວງໂດຍດ່ວນ ເພາະຊັດເຈນວ່າກອງທັບຣັດເຊຍກຳລັງຈະຍົກລະດັບການໂຈມຕີ

ການທີ່ກອງທັບຢູເຄຼນບໍ່ຕ້ອງກັງວົນເລື່ອງພົນລະເມືອງຈະເຮັດໃຫ້ການຕໍ່ສູ້ກັບສັດຕູໄດ້ດີຂືນ ໂດຍຂະນະນີແນວຮົບທີ່ກຳລັງທະວີຄວາມຮຸນແຮງຄື ພື້ນທີ່ເມືອງສະລາບໍຍານທາງຕອນເໜືອຂອງແຂວງ ເຊິ່ງກອງທັຍຣັດເຊຍກຳລັງພະຍາຍາມເຂົ້າບຸກ ຢູ່ຫ່າງຈາກເມືອງປະມານ 16ກິໂລແມັດ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page