5 ເຄັດລັບປ້ອງກັນຜົມຫຼົ່ນ.

5 ເຄັດລັບປ້ອງກັນຜົມຫຼົ່ນ.


ການມີຜົນຫຼົ່ນນັ້ນເປັນເລື່ອງປົກກະຕິ ໂດຍທົ່ວໄປຈະມີການຫຼຸດລ່ວງອອກໄປປະມານມື້ລະ 100 ເສັ້ນ ຖ້າຫາກສາວໆ ຄົນໃດກຳລັງປະສົບບັນຫາຜົມຫຼົ່ນຫຼາຍ ກໍອາດຈະເຮັດໃຫ້ຜົມບາງລົງຈົນໝົດຄວາມໝັ້ນໃຈໄດ້ ມື້ນີ້ເຮົາມີເຄັດລັບການເບິ່ງແງເສັ້ນຜົມໃຫ້ແຂງແຮງ ເພື່ອປ້ອງກັນຜົມຫຼົ່ນມາບອກ.
• ຫຼີກລ່ຽງການເຮັດສີ, ຍ້ອມ, ດັດ ແລະ ຄວາມຮ້ອນສູງ ຫຼີກລ່ຽງການຍ້ອມສີຜົມ ຫຼື ການໄດຜົມ ຫຼື ໜີບຜົມດ້ວຍຄວາມຮ້ອນສູງ ເພາະຈະເຮັດໃຫເຜົມແຕກປາຍ ແຫ້ງເສຍ ແລະ ຫຼຸດລ່ວງໄດ້ງ່າຍ
• ລົດຄວາມກົດດັນ ເພາະຄວາມກົດດັນຈະເຮັດໃຫ້ການໄຫຼວຽນບໍລິເວນໜັງຫົວລົດລົງ ແລະ ເຮັດໃຫ້ຜົມຫຼົ່ນຫຼາຍຂຶ້ນ
• ຮັບປະທານອາຫານທີ່ມີປະໂຫຍດ ເນັ້ນໂປຣຕິນ ຊິງ ໄບໂອຕິນ ແລະ ອອກກຳລັງກາຍສະໝໍ່າສະເໝີ ເພື່ອກະຕຸ້ນການໄຫຼວຽນໂລຫິດເທິງໜັງຫົວ
• ບໍ່ຄວນເຊັກຜົມ ຫຼື ຫວີຜົມແຮງເກີນໄປ ເພາະຂາດຈພເຮັດໃຫ້ຜົມຂາດຫຼົ່ນໄດ້ງ່າຍ
• ບໍ່ຄວນສະຜົມດ້ວຍນໍ້າອຸ່ນ ເພາະຈະເຮັດໃຫ້ຜົມແຫ້ງ ແຕກປາຍ ໜັງຫົວແຫ້ງ ອາດເຮັດໃຫ້ເສັ້ນຜົມອ່ອນແອ ແລະ ຫຼຸດຫຼົ່ນຈາກໜັງຫົວໄດ້ງ່າຍ ຄວນໃຊ້ນໍ້າອຸນຫະພູມປົກກະຕິໃນການສະຜົມ ຈະຊ່ວຍລົດບັນຫາຜົມຫຼົ່ນໄດ້.

Leave a Reply

Your email address will not be published. Required fields are marked *

You cannot copy content of this page