ຣັດເຊຍເຕືອນມະນຸດມີຄວາມສ່ຽງ ຖ້າຝ່າຍຕາເວັນຕົກເດີນໜ້າດ້ວຍການລົງໂທດ.
ອາດີດປະທານາທິບໍດີຣັດເຊຍ “Dmitry Medvedev” ເຕືອນ ມະນຸດປະເຊີນຄວາມສ່ຽງ ຫາກຊາດຕາເວັນຕົກພ້ອມໃຈກັນລົງໂທດຣັດເຊຍ ກໍລະນີຮຸກຮານຢູເຄຼນ
ວັນທີ່ 7 ກໍລະກົດ 2022 ຊ່ອງຂ່າວເອເຊຍລາຍງານວ່າ “Dmitry Medvedev” ອາດີດປະທານາທິບໍດີຣັດເຊຍ ກ່າວວ່າ ຄວາມພະຍາຍາມໃດໆຈາກຊາດຕາເວັນຕົກທີ່ຕ້ອງການລົງໂທດກໍລະນີຣັດເຊຍບຸກຢູເຄຼນ ໄດ້ສ້າງຄວາມສ່ຽງຕໍ່ມະນຸດ ໃນຂະນະທີ່ຄວາມຂັດແຍ້ງເຊິ່ງດຳເນີນມາເກືອບ 5 ເດືອນ ເຮັດໃຫ້ຫຼາຍເມືອງເປ່ເພເສຍຫາຍ ແລະ ຜູ້ຄົນຫຼາຍພັນຄົນບໍ່ມີບ່ອນຢູ່ອາໄສ
ການບຸກຢູເຄຼນຂອງຣັດເຊຍ ເມື່ອວັນທີ່ 24 ກຸມພາ ຈູດຊະນວນໃຫ້ເກີດວິກິດທີ່ຮ້າຍແຮງທີ່ສຸດໃນຄວາມສຳພັນລະຫວ່າງຣັດເຊຍກັບຊາດຕາເວັນຕົກນັບຕັ້ງແຕ່ວິກິດຂີປະນາວຸດຄິວບາເມື່ອປີ 1962 ເຊິ່ງເຮັດໃຫ້ຜູ້ຄົນຈຳນວນຫຼາຍເກີດຄວາມຢ້ານກົວວ່າໂລກຈະຕົກຢູ່ໃນສົງຄາມນິວເຄຼຍ
“Joe Biden” ປທນ ສະຫະລັດກ່າວວ່າ “Vladimir Putin” ປທນ ຣັດເຊຍ ເປັນອາຊະຍາກອນສົງຄາມ ແລະ ເຮັດໃຫ້ຕາເວັນຕົກຕ້ອງສົ່ງອາວຸດໄປຊ່ວຍຢູເຄຼນ ພ້ອມເຮັດກຳນົດມາດຕະການລົງໂທດຕໍ່ຣັດເຊຍ
Medvedev ເຊິ່ງປັດຈຸບັນດຳລົງຕຳແໜ່ງຮອງປະທານສະພາຄວາມໝັ້ນຄົງຣັດເຊຍ ກ່າວຜ່ານເທເລແກຣມວ່າ ແນວຄິດໃນການລົງໂທດປະເທດທີ່ມີສັກກາຍະພາບດ້ານນິວເຄຼຍທີ່ໃຫຍ່ຫຼາຍທີ່ສຸດແຫ່ງໜຶ່ງນັ້ນເປັນເລື່ອງບໍ່ມີເຫດຜົນ ແລະ ອາດຈະເປັນໄພຄຸກຄາມຕໍ່ການດຳລົງຢູ່ຂອງມະນຸດ
ຣັດເຊຍ ແລະ ສະຫະລັດຄອບຄອງຫົວຮົບນິວເຄຼຍປະມານ 90% ຂອງໂລກ ທັ້ງສອງປະເທດມີຫົວຮົບປະມານ 4000 ຫົວຢ່ໃນຄັງອາວຸດຕາມລາຍງານຂອງສະຫະພັນນັກວິທະຍາສາດອາເມຣິກາ
Medvedev ຍັງໂຈມຕີວ່າຣັດເຊຍເປັນອານາຈັກທີ່ເຮັດໃຫ້ເກີດການນອງເລືອດໄປທົ່ວໂລກ ໂດຍ້າງເຖິງການສັງຫານຊາວອາເມລິກາພື້ນເມືອງ ການໂຈມຕີໂດຍນິວເຄຼຍຂອງສະຫະລັດໃນຍີ່ປຸ່ນ ແລະ ສົງຄາມຫຼາກຫຼາຍຕັ້ງແຕ່ສົງຄາມຫວຽດນາມຈົນໄປເຖິງອັຟການິສຖານ
ເຂົາກ່າວອີກວ່າ ຄວາມພະຍາຍາມຕ່າງໆ ເພື່ອໃຫ້ສານ ຫຼື ຄະນະຕຸລາການກະທຳຣັດເຊຍໃນຢູເຄຼນ ເປັນສິ່ງທີ່ບໍ່ມີປະໂຫຍດ ແລະ ສ່ຽງເຮັດໃຫ້ໂລກເສຍຫາຍ
ປູຕິນເລີ່ມການຮຸກຮານຢູເຄຼນ ໂດຍຮ້ອງການດຳເນີນການນີ້ວ່າ “ປະຕິບັດການພິເສດທາງທະຫານ” ເພື່ອປົດອາວຸດຢູເຄຼນ ແລະ ຖວນຮາກຖອນໂຄນສິ່ງທີ່ເຂົາຮ້ອງວ່າເປັນຊາດນິຍົມທີ່ອັນຕະລາຍ ຕະຫຼອດຈົນເພື່ອປົກປ້ອງຜູ້ທີ່ໃຊ້ພາສາຣັດເຊຍໃນຢູເຄຼນ
ຢູເຄຼນ ແລະ ພັນທະມິດກ່າວວ່າ ຣັດເຊຍສ້າງຄວາມຂັດແຍ້ງຄັ້ງໃຫຍ່ສຸດໃນເອີຣົບ ນັບຕັ້ງແຕ່ສົງຄາມໂລກຄັ້ງທີ່2
ຫຼັງລົ້ມເຫຼວໃນການຍຶດກຸງຄຽຟໃນຊ່ວງກ່ອນໜ້ານີ້ຣັດເຊຍກຳລັງເດີນໜ້າບຸກໃນພູມພາກດອນບາສຂອງຢູເຄຼນ ເຊິ່ງບາງສ່ວນໃນດອນບາສໄດ້ຖືກຄວບຄຸມໂດຍກຸ່ມແບ່ງແຍກດິນແດນທີ່ໄດ້ຮັບການສະໜັບສະໜູນຈາກຣັດເຊຍ.