FAO ເປີດຕົວໂຄງການປະມູນເພື່ອຫາເງິນໃຫ້ຊາວກະສິກອນຢູເຄຼນ.
ອົງການອາຫານ ແລະ ການກະສິກຳແຫ່ງສະຫະປະຊາຊາດ ເປີດໂຄງການປະມູນຫາເງິນຊ່ວຍກະເສດຕະກອນຢູເຄຼນ ລະຫວ່າງການປະຊຸມຟື້ນຟູຢູເຄຼນຄັ້ງທີ່ 5 ຍີ່ປຸ່ນໃຫ້ທຶນໃນເບື້ອງຕົ້ນ 17 ລ້ານໂດລາ.
ວັນທີ 6 ກໍລະກົດ 2022 ເວັບໄຊ້ ສະຫະປະຊາຊາດ ລາຍງານວ່າ ທ່ານອັນໂຕນິໂອ ກູເຕີເຣສ ເລຂາທິການສະຫະປະຊາຊາດ ກ່າວລະຫວ່າງເຂົ້າຮ່ວມການປະຊຸມ “ການຟື້ນຟູຢູເຄຼນ” ຄັ້ງທີ່5 ເຊິ່ງຈັດຂຶ້ນໃນສະວິດເຊີແລນວ່າ ການສ້າງຢູເຄຼນກັບມາອີກຄັ້ງ ເປັນຫົນທາງຍາວໄກແຕ່ຕ້ອງເລີ່ມຕົ້ນຕອນນີ້
ອີກທັ້ງການປະຊຸມດັ່ງກ່າວເກີດຂຶ້ນເພື່ອຊ່ວຍເຫຼືອ ແລະ ສະໜັບສະໜູນປະເທດທີ່ຖືກທຳລາຍຈາກສົງຄາມ ໂດຍທ່ານກູເຕີເຣສ ລະບຸວ່າ ສົງຄາມຂອງຣັດເຊຍໃນຢູເຄຼນໄດ້ສັງຫານຊີວິດຜູ້ຄົນໄປຫຼາຍພັນຄົນ ແລະ ບັງຄັບໃຫ້ປະຊາຊົນຫຼາຍລ້ານຄົນຕ້ອງອົບພະຍົບ ສູນເສຍອາຊີບ ສ່ຽງຈະຕົກຢູ່ໃນຄວາມຍາກຈົນ
ສົງຄາມເຮັດໃຫ້ເກີດຄວາມເສຍຫາຍ ແລະ ໄພພິບັດຕໍ່ບ້ານເຮືອນ ໂຮງຮຽນ ໂຮງໝໍ ຈະໃຊ້ເວລາຫຼາຍປີໃນການສ້າງໃໝ່ ແລະ ເຫຼົ່ານີ້ແມ່ນເສັ້ນທາງຍາວ ແຕ່ໃນປັດຈຸບັນມັນຕ້ອງເລີ່ມຕົ້ນ
ການປະຊຸມຄັ້ງນີ້ ມີຜູ້ເຂົ້າຮ່ວມ ເຊັ່ນ ທະນາຄານການລົງທຶນເອີຣົບ (European Investment Bank) ຜູ້ນຳຢູເຄຼນ ສະວິດເຊີແລນ ແລະ ອີກຫຼາຍຊາດໃນເອີຣົບ ໂດຍການປະຊຸມຄັ້ງທີ່ 1-4 ເຄີຍຈັດທີ່ສະຫະລາຊະອານາຈັກ, ແຄນາດາ, ເດນມາກ ແລະ ລິທົວເນຍ
ໃນຄັ້ງນີ້ ອົງການອາຫານ ແລະ ການກະສິກຳແຫ່ງສະຫະປະຊາຊາດ ຫຼື FAO ໄດ້ເປີດຕົວໂຄງການປະມູນເພື່ອຊ່ວຍກເສດຕະກອນຊາວຢູເຄຼນໃຫ້ສາມາດເກັບກ່ຽວຜົນຜະລິດໃນຊ່ວງລະດູຮ້ອນ ເຊິ່ງຈະເກີດຂຶ້ນໃນຊ່ວງປາຍເດືອນນີ້
ໂດຍໂຄງການດັ່ງກ່າວມີມູນຄ່າ 17 ລ້ານໂດລາ ຫຼືປະມານ 614 ລ້ານບາດ ເຊິ່ງໄດ້ຮັບທຶນສະໜັບສະໜູນຈາກຍີ່ປຸ່ນ ມີເປົ້າໝາຍເພື່ອສະໜັບສະໜູບການສົ່ງອອກທັນຍາພືດໄປຍັງຕະຫຼາດຕ່າງປະເທດ ຂະນະດຽວກັນ ຍັງເປັນການເສີມສ້າງຄວາມໝັ້ນຄົງດ້ານອາຫານສຳຫຼັບປະເທດທີ່ຕ້ອງເພິ່ງພາການນຳເຂົ້າທັນຍາພືດ ນໍ້າມັນພືດ ແລະ ສິນຄ້າອື່ນໆ ຂອງຢູເຄຼນ
FAO ລະບຸໃນຖ້ອຍຖະແຫຼງວ່າ ສິ່ງທີ່ເຮັດນີ້ກ່ຽວຂ້ອງກັບການຟື້ນຟູໄຊໂລຈັດເກັບສຳລັບເມັດພືດຂອງຢູເຄຼນ ແລະ ເຮັດໃຫ້ຄວາມໝັ້ນໃຈວ່າກະເສດຕະກອນຂອງປະເທດມີເຄື່ອງມືທີ່ຈຳເປັນສຳລັບການເຮັດວຽກໃນອານາຄົດ
ເຣເນ່ ພອນເຊນ ຜູ້ອຳນວຍການສຳນັກງານເຫດສຸກເສີນ ແລະ ການຟື້ນຕົວຂອງ FAOກ່າວວ່າ ກະເສດຕະກອນໃນຢູເຄຼນກຳລັງຫາອາຫານໃຫ້ຕົນເອງ ຊຸມຊົນຂອງພວກເຂົາ ແລະ ຜູ້ຄົນອີກຫຼາຍລ້ານຄົນທົ່ວໂລກ ການເຮັດໃຫ້ແນ່ໃຈວ່າພວກເຂົາສາມາດດຳເນີນການຜະລິດ ຈັດເກັບຢ່າງປອດໄພ ແລະ ເຂົ້າເຖິງຕະຫຼອດທາງເລືອກ ເພື່ອຂາຍຜົນຜະລິດຂອງຕົນ ມີຄວາມສຳຄັນຕໍ່ການຈັດຫາອາຫານ ປົກປ້ອງການດຳລົງຊີວິດ ເສີມສ້າງຄວາມໝັ້ນຄົງດ້ານອາຫານພາຍໃນຢູເຄຼນ ແລະ ສ້າງຄວາມໝັ້ນໃຈວ່າປະເທດອື່ນໆ.