ຄົນທີ່ເລີ່ມສ້າງຖານະ ຄິດໄດ້ແບບນີ້ໄປໄດ້ໄກ.


7 ວິທີຄິດ “ຄົນເລີ່ມສ້າງຖານະ” ແບ່ງທັດສະນະ ເພື່ອເຮັດໃຫ້ເງິນງອກເງີຍໃນອານາຄົດ ມີຄວາມສຸກໃນການບຳນານ.
ສຳຫຼັບເຫຼົ່າໄວລຸ່ນ ທີ່ຫາກໍຮຽນຈົບ ຫຼາຍຄົນມີຄວາມຄິດທີ່ຈະສ້າງຖານະທີ່ດີໃຫ້ຊີວິດ ແນ່ນອນວ່າການສ້າງຮາກຖານທີ່ໝັ້ນຄົງໃນຊີວິດບໍ່ມີທາງລັດ ຍິ່ງເລີ່ມໄວສໍ່າໃດຍິ່ງໄດ້ປຽບເພື່ອໃຫ້ທ່ານເປັນໄວລຸ່ນສ້າງຕົວທີ່ປພະສົບຄວາມສຳເລັດ ແລະ ຊ່ວຍລົດຂໍ້ຜິດພາດໄດ້.


1 ແບ່ງເງິນໄວ້ເກັບ
ການວາງແຜນການເງິນເປັນເລື່ອງສຳຄັນ ຂັ້ນນີ້ ແມ່ນພື້ນຖານໃນການເກັບອອມເງິນ ແມ່ນການວາງແຜນລາຍຮັບ-ລາຍຈ່າຍໃຫ້ດີ ເຊື່ອວ່າຫຼາຍຄົນອາດມອງຂ້າມການເຮັດບັນຊີລາຍຈ່າຍສ່ວນຕົວ ເປັນວິທີທີ່ຈະຊ່ວຍໃຫ້ເຮົາລະມັດລະວັງການໃຊ້ຈ່າຍໄດ້ຫຼາຍຂຶ້ນ


2 ອອມເງິນໄວ້ເພື່ອສຸກເສີນ
ເປັນເງິນອອມທີ່ເກັບແຍກ ອອກຈາກຂໍ້ທຳອິດ ກໍຄືອອມເງິນໄວ້ເພື່ອຍາມສຸກເສີນ ເຊື່ອວ່າຫຼາຍຄົນອາດຈະມອງຂ້າມ ການເກັບເງິນໄວ້ສຳຫຼັບໃຊ້ໃນຍາມສຸກເສີນຄວນເກັບເງິນໄວ້ເພື່ອໃຊ້ໃນສ່ວນນີ້ປະມານ 5-10% ຈາກລາຍໄດ້ທັງໝົດ ການມີເງິນສ່ວນນີ້ຈະຊ່ວຍໃຫ້ອຸ່ນໃຈ ເມື່ອມີເຫດການສຸກເສີນ


3 ວາງແຜນການໃຊ້ເງິນ
ກ່ອນຈະວາງເປົ້າໝາຍການໃຊ້ເງິນເພື່ອສ້າງຮາກຖານຄວນວາງລຳດັບເປົ້າໝາຍ ແລະ ກຳນົດໄລຍະເວລາໃນການໃຊ້ເງິນກ່ອນໂດຍ ການວາງແຜນໃຊ້ເງິນດ້ວຍຊ່ວງອາຍຸເທົ່າໃດ ມີເປົ້າໝາຍຈະເປັນຫຍັງ ເປັນຂອງຕົວເອງເຊັ່ນຊ່ວງອາຍຸ 25 ປີ ເລີ່ມດາວລົດໃນລາຄາ 1 ແສນບາດ ເປັນຕົ້ນເຊິ່ງກຳນົດເປົ້າໝາຍເປັນເລື່ອງທີ່ດີແຕ່ບໍ່ຄວນກົດດັນຕົວເອງຫຼາຍເກີນໄປ ໂດຍເປົ້າໝາຍຂອງແຕ່ລະຄົນກໍແຕກຕ່າງກັນອອກໄປບໍ່ວ່າຈະເປັນເຮືອນ, ຄອນໂດການດາວເຮືອນ ຫຼື ຄອນໂດຄວນມີເງິນເກັບຈຳນວນໜຶ່ງ ໂດຍປົກກະຕິແລ້ວ ຄວນມີສຳຮອງໄວ້ປະມານ 15-20% ເຊິ່ງການເລືອກເຮືອນ ຫຼື ຄອນໂດຈັກແຫ່ງໜຶ່ງ ບໍ່ຄວນເລືອກທີ່ເກີນກຳລັງຜ່ອນຕໍ່ເດືອນ ໂດຍປົກກະຕິແລ້ວການຜ່ອນຕໍ່ເດືອນບໍ່ຄວນເກີນ 40% ຂອງລາຍໄດ້ໃນ ແຕ່ລະເດືອນ ລົດປົກກະຕິແລ້ວຕ້ອງມີເງິນດາວ ບໍ່ຕໍ່າກວ່າ 20%ຂອງລາຄາລົດ


4 ການສ້າງຄອບຄົວ
ຄວນເກັບເງິນກ້ອນສຳຫຼັບການສ້າງຄອບຄົວ ໂດຍສະເພາະການຈັດງານແຕ່ງດອງຈະໃຊ້ເງິນສູງເຖິງ ຫຼັກແສນບາດເລີຍລວມທັ້ງຄວນກຽມຄວາມພ້ອມທັງຄ່າຄອດລູກ ຄ່າລ້ຽງດູ ຄວນມີລາຍໄດ້ສະໝໍ່າສະເໝີ ລົງທຶນເປັນອີກໜຶ່ງທາງເລືອກທີ່ຈະຊ່ວຍໃຫ້ເງິນງອກເງີຍ ແລະ ສາມາດສ້າງຄວາມໝັ້ນຄົງ ເລີ່ມລົງທຶນງ່າຍໆດ້ວຍການເກັບເງິນ 10-15%ຈາກລາຍໄດ້ຕໍ່ເດືອນເພື່ອນຳມາຕໍ່ຍອດລົງທຶນ ເຊິ່ງການລົງທຶນແຕ່ລະປະເພດກໍມີຄວາມສ່ຽງທີ່ແຕກຕ່າງກັນອອກໄປ ຄວນເຊັກຄວາມພ້ອມຂອງຕົນເອງໃຫ້ດີ ການວາງແຜນການໃຊ້ເງິນສຳຫຼັບໄວລຸ່ນນີ້ ເປັນເລື່ອງໄກ້ຕົວທີ່ບໍ່ຄວນເບິ່ງຂ້າມ ຍິ່ງໃນຊ່ວງເສດຖະກິດໃນທຸກມື້ນີ້ແລ້ວຍິ່ງຕ້ອງວາງແຜນໃຫ້ດີ


5 ກຳນົດລາຍຈ່າຍ
ຄ່າໃຊ້ຈ່າຍປະຈໍາເດືອນທັງຫມົດຕ້ອງໄດ້ຮັບການລະບຸໄວ້ເຊັ່ນດຽວກັນ ແລະ ແບ່ງໝວດໝູ່ຄ່າໃຊ້ຈ່າຍຕ່າງໆຈະຊ່ວຍໃຫ້ເຮົາລະມັດລະວັງການໃຊ້ເງິນ ແລະ ກຳນົດຄ່າໃຊ້ຈ່າຍໄດ້ຊັດເຈນຫຼາຍຂຶ້ນເຊິ່ງຄ່າໃຊ້ຈ່າຍໃຫຍ່ໆ ແບ່ງຕາມໝວດໄດ້ດັ່ງນີ້ ຄ່າຜ່ອນລົດ ຄ່າຜ່ອນບັດເຄດິດ ຄ່າໃຊ້ຈ່າຍໃນຊີວິດປະຈຳວັນ


6 ເງິນອອມ
ການທີ່ເຮົາກຳນົດຄ່າໃຊ້ຈ່າຍຢ່າງລະອຽດນີ້ ຖືເປັນການວາງແຜນທາງການເບື້ອງຕົ້ນ ທີ່ນຳໄປໃຊ້ໄດ້ຈິງ ແລະ ຊ່ວຍລົດບັນຫາທາງການເງິນຕ່າງໆ ທີ່ອາດຕາມມາໄດ້ຫຼາຍ ທັ້ງນີ້ໜີ້ສິນໃນແຕ່ລະເດືອນບໍ່ຄວນເກີນ 40% ຂອງລາຍໄດ້ຕໍ່ເດືອນ


7 ຫາລາຍໄດ້ຊ່ອງທາງອື່ນ
ໃນຍຸກທີ່ສື້ສັງຄົມອອນລາຍເປັນທີ່ນິຍົມໃນປັດຈຸບັນນິຍົມຊື້ຂາຍຜ່ານທາງອອນລາຍ ເປັນສ່ວນໃຫຍ່ແລ້ວການສ້າງລາຍໄດ້ ຈາກຊ່ອງທາງອອນລາຍຖືວ່າເປັນວິທີທີ່ບໍ່ຫຍຸ້ງຍາກ ແລະ ໃຊ້ຕົ້ນທຶນຕໍ່າກວ່າຍຸກກ່ອນໆ ເຊື່ອວ່າ ໄວລຸ່ນຍຸກໃໝ່ທຸກຄົນຕ່າງຄຸ້ນເຄີຍກັບສື່ອອນລາຍເປັນຢ່າງດີເຊິ່ງຊ່ອງທາງນີ້ແຫຼະ ທີ່ຈະເປັນລາຍໄດ້ເສີມນອກເໜືອຈາກວຽກປະຈຳໄດ້.

Leave a Reply

Your email address will not be published. Required fields are marked *

You cannot copy content of this page