ດ້ານຕໍ່ໄປບໍ່ໄຫວ! ນາຍົກອັງກິດຍອມລາອອກແລ້ວຫຼັງຖືກກົດດັນ.

ດ້ານຕໍ່ໄປບໍ່ໄຫວ! ນາຍົກອັງກິດຍອມລາອອກແລ້ວຫຼັງຖືກກົດດັນ.


Boris Johnson ຍິນຍອມລາອອກຈາກຕຳແໜ່ງຫົວໜ້າພັກຄອນເຊີເວທີຟເຊິ່ງເປັນພັກລັດຖະບານອັງກິດຢູ່ໃນເວລານີ້ລັງຈາກລັດຖະມົນຕີ ແລະ ພວກ ສສ ໃນພັກພາກັນລາອອກ ແລະ ຢຸດສະໜັບສະໜູນລາວເປັນແຖວ ລະບຸທົນບໍ່ໄຫວກັບກໍລະນີທີ່ມີຊື່ສຽງໃນພັກເລື່ອງແລ້ວເລື່ອງເລົ່າ

ບີບີຊີລາຍງ່ານວ່າ ພັກຄອນເຊີເວທີຟຈະຈັດການແຂ່ງຂັນເລືອກຕັ້ງຫົວໜ້າພັກຄົນຕໍ່ໄປໃນລະດູຮ້ອນນີ້ ແລະ ຄາດວ່າຈະໄດ້ຕົວຫົວໜ້າພັກຄົນໃໝ່ເຊິ່ງຈະຂຶ້ນເປັນນາຍົກລັດຖະມົນຕີຄົນໃໝ່ຂອງອັງກິດດ້ວຍ ກ່ອນທີ່ຈະເຖິງເວລາຈັດການປະຊຸມໃຫຍ່ປະຈຳປີຂອງພັກໃນເດືອນຕຸລາໃນລະຫວ່າງນີ້ຈອນສັນຈະຍັງຢູ່ໃນຕຳແໜ່ງນາຍົກລັດຖະມົນຕີຕໍ່ໄປ

ກະທັ້ງບໍ່ຫຼາຍຊົ່ວໂມງກ່ອນໜ້ານີ້ ຈອນສັນປະກາດມາໂດຍຕະຫຼອດວ່າ ຈະຍັງຍືນຍັນນັ່ງຕັ່ງຕໍ່ ເຖິງແມ່ນວ່າມີລັດຖະມົນຕີທັ້ງລະດັບອາວຸໂສ ແລະ ລະດັບຮອງທະຍອຍຂໍລາອອກຈາກລັດຖະບານ ລວມທັ້ງ ສສ ຈຳນວນຫຼາຍປະກາດບໍ່ສະໜັບສະໜູນເຂົາ ແຕ່ມາເຖິງຕອນນີ້ເຂົາຕັດສິນໃຈຍອມລົງຈາກຕຳແໜ່ງແລ້ວ
ມີລາຍງານວ່າເຂົາຖືກຮຽກຮ້ອງໃຫ້ອາຈາກສະມາຊິກອາວຸໂສຄະນະລັດຖະມົນຕີທີ່ຍັງເຫຼືອຢູ່ຂອງເຂົາ ລວມທັ້ງລັດຖະມົນຕີການເງິນ Nadhim Zahawi ຜູ້ຫາກໍໄດ້ຮັບແຕ່ງຕັ້ງໃຫ້ຢູ່ໃນຕຳແໜ່ງນີ້ໃໝ່
ໃຈຈົດໝາຍຂໍລາອອກຂອງເຂົາ Nadhim Zahawi ຜູ້ເຊິ່ງໄດ້ຮັບຕຳແໜ່ງລັດຖະມົນຕີການເງິນມາຍັງບໍ່ທັນຄົບ 48 ຕຳແໜ່ງ ກ່າວວ່າ ເຂົາ “ໄດ້ບອກກ່າວຢ່າງຊັດເຈນໄປເຖິງນາຍົກລັດຖະມົນຕີ” ວ່າ ນາຍົກລັດຖະມົນຕີຄວນ “ຈາກໄປດ້ວຍສັກສີ”
ຄາດໝາຍກັນວ່າ ຈອນສັນຈະອອກຄຳຖະແຫຼງລາອອກຈາກຕຳແໜ່ງຫົວໜ້າພັກຄອນເຊີເສທີຟ ທີ່ບໍລິເວນດ້ານນອກຂອງທຳນຽບນາຍົກ ບ້ານເລກທີ່ 10 ຖະໜົນດາວນິ່ງ ໃນກຸງລອນດອນ ໃນຊ່ວງຕໍ່ໄປ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page