“ວິທີຫາເງິນເກັ່ງ” ຍິ່ງຫາຍິ່ງມ່ວນ..ເຂົາມີແນວຄິດແບບນີ້

7 ທັດສະນະຄະຕິຄົນຫາເງິນເກັ່ງ ຍິ່ງຫາຍິ່ງມີຄວາມສຸກ ເຂົາຄິດໄດ້ແບບນີ້.


ປັດໃຈທີ່ຫນຶ່ງທີ່ເປັນຕົວລິຂິດ ໃຫ້ເຮົາປະສົບຄວາມສຳເລັດໃນດ້ານການເງິນ ນັ້ນຄືວິທີຄິດທີ່ແຕກຕ່າງກັນ
ລອງຄິດເບິ່ງ ສົມມຸດວ່າ ເຮັດວຽກມີເງິນເກັບເດືອນລະ 10,000ບາດ 1ປີ120,000 ແລ້ວເງິນລ້ານບາດເດ ເຮົາຕ້ອງໃຊ້ເວລາເກັບເຖິງ 10 ປີເລີຍ
ຫຼືບໍ່ເບື່ອເປັນມະນຸດເງິນເດືອນເລີຍບໍ ວິທີດຽວທີ່ຈະຊ່ວຍໃຫ້ເຮົາລວຍຂຶ້ນໄດ້ ກໍຄືຕ້ອງປັບປ່ຽນ ວິທີຄິດ ແລະ ທັດສະນະຄະຕິຂອງເຮົາຄືນໃໝ່.


1. ຄົນລວຍມັກຄິດ
ມັກຫາໄອດີໃໝ່ໆ ຢູ່ສະເໝີ ເຮັດໃຫ້ສາມາດສ້າງຊ່ອງທາງ ຂອງລາຍໄດ້ຫຼາຍຄົນຄົນທຳມະດາທົ່ວໄປ


2. ຄົນລວຍກ້າເວົ້າ
ກ້າຂາຍ ກ້ານຳສະເນີ ຄົນລວຍຈະກ້າຂາຍກ້ານຳສະເໜີສິ່ງທີ່ສ້າງປະໂຫຍດ ຫຼື ສ້າງຄຸນຄ່າໃຫ້ຜູ້ອື່ນ “ຜູ້ຊື້” ຈະຊື້ຫຼືບໍ່ເປັນອີກເລື່ອງ?


3. ຄົນລວຍໂຄດດຸໝັ່ນ
ຄົນລວຍດຸໝັ່ນ ແລະ ມີເປົ້າໝາຂອງຕົນເອງຊັດເຈນ ພື້ນຖານຂອງຄົນສຳເລັດຕ້ງດຸໝັ່ນທຸກຄົນ ແຕ່ດຸໝັ່ນໃຫ້ມີເປົ້າໝາຍ ແລະ ດຸໝັ່ນໄປເພື່ອຫຍັງ ຫຼັກຄົນຄິດຫາເງິນເກັ່ງເຂົາຄິດກັນແນວໃດ


1 ຫາເງິນເປັນທັກສະ ຄືກັບກີລາບໍ່ມີນັກກີລາມືອາຊີບຄົນໃດທີ່ມາເລີ່ມຝຶກຕອນໃຫຍ່ ການຝຶກທັກສະການຫາເງິນ ຍິ່ງອາຍຸນ້ອຍຍິ່ງໄດ້ປຽບ
2 ຄົນຈ່າຍເງິນເມື່ອເຮົາແກ້ບັນຫາໃຫ້ເຂົາທຸກບັນຫາມີເງິນຊ່ອນຢູ່ ຕັ້ງໃຈເບິ່ງແລ້ວຈະເຫັນ
3 ເຮັດເລື່ອງຍາກໃຫ້ມັນງ່າຍ ຄົນຈະຍອມຈ່າຍເງິນຖ້າເຮົາເຮັດເລື່ອງຍາກໃຫ້ມັນງ່າຍ ທຸລະກິດໃຫ້ຄວາມຮູ້ອອນໄລທັງໝົດກໍຕັ້ງຢູ່ໃນພື້ນຖານນີ້ຄືເຮັດເລື່ອງຍາກໃຫ້ງ່າຍ ງ່າຍສຸດກໍຂາຍດີສຸດ


4. ເຮັດເລື່ອງທີ່ຄົນອື່ນບໍ່ຢາກເຮັດ
ທຳຄວາມສະອາດ ເກັບຂີ້ເຫຍື້ອ ການຈັດລະບຽບວາງລະບົບງານສ້າງຄົນຍອມຈ່າຍເງິນ ໃຫ້ສິ່ງທີ່ເຂົາບໍ່ຢາກເຮັດເອງສະເໝີ


5. ຈ່າຍນ້ອຍທະຍອຍຜ່ອນ ຄົນຍອມຊື້ງ່າຍກວ່າ


6. ການຫາເງິນບໍ່ແມ່ນສິ່ງທີ່ຜິດ ບໍ່ແມ່ນເລື່ອງນ່າອາຍ ຄົນທີ່ເຮັດວຽກຫາເງິນຕັ້ງແຕ່ນ້ອຍ ຈະບໍ່ເບິ່ງເງິນໃນແງ່ລົບຄືຄົນສ່ວນໃຫຍ່ ເຮົາຕ້ອງເບິ່ງການຫາເງິນໃນແງ່ບວກ


7. ໃຫ້ເກັບເງິນເພື່ອຊື້ສິນຊັບທີ່ສ້າງເງິນ
ຄົນຫາເງິນເກັ່ງຍ່ອມມີມື້ໜຶ່ງທີ່ບໍ່ເກັ່ງ ຕ້ອງສ້າງທາງເລືອກໂດຍການທະຍອຍຊື້ສິນຊັບ ທີ່ສ້າງເງິນໃຫ້ເຮົາຕະຫຼອດໄປ ເຊັ່ນຫຸ້ນປັນຜົນດັ່ງນັ້ນຄວາມສຳເລັດຈຶ່ງເກີດຂຶ້ນໄດ້ກັບທຸກຄົນ ແຕ່ຈະຊ້າຫຼືໄວຂຶ້ນຢູ່ກັບແນວຄິດ ມຸມມອງ ແລະ ການລົງມືເຮັດ.


ເຮົາທຸກຄົນສາມາດຮຽນແບບຂອງຄົນດຸໝັ່ນ ແລະ ນຳໄປເປັນແບບຢ່າງໄດ້ ຖືວ່າເປັນເຄັດລັບເລັກໆນ້ອຍໆທີ່ຈະເອົາມາບອກຕໍ່ກັນ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page