ຜູ້ນຳຢູເຄຼນຄັກໃຈ! ກອງທັບຣັດເຊຍພົບລິດປືນໃຫຍ່ຂອງຊາດຕາເວັນຕົກໃນທີ່ສຸດ.

ຜູ້ນຳຢູເຄຼນຄັກໃຈ! ກອງທັບຣັດເຊຍພົບລິດປືນໃຫຍ່ຂອງຊາດຕາເວັນຕົກໃນທີ່ສຸດ.


ປທນ ໂວໂລດິເມຍ ເຊເລັນສະກີແຫ່ງຢູເຄຼນກ່າວວ່າ ອາວຸດໜັກທີ່ຊາດຕາເວັນຕົກມອບໃຫ້ຢູເຄຼນເລີ່ມສົ່ງຜົນກະທົບຕໍ່ຣັດເຊຍແລ້ວໃນທີ່ສຸດ.
“ໃນທີ່ສຸດ ກອງທັບຣັດເຊຍກໍໄດ້ຮັບຮູ້ວ່າປືນໃຫຍ່ຈາກຕາເວັນຕົກ ອາວຸດທີ່ຢູເຄຼນໄດ້ຮັບຈາກຊາດພັນທະມິດນັ້ນ ເລີ່ມໄດ້ຜົນຢ່າງມີອຳນາດ”
ປທນ ເຊເລັນສະກີກ່າວວ່າ ຄວາມແມ່ນຍຳຂອງອາວຸດດັ່ງກ່າວເປັນສິ່ງທີ່ຢູເຄຼນຕ້ອງການໃນຕອນນີ້ຢ່າງແທ້ຈິງ ໂດຍສະເພາະຢ່າງຍິ່ງໃນຂະນະທີ່ຢູເຄຼນພະຍາຍາມໂຕ້ກັບການຮຸກຮານຂອງຣັດເຊຍໃນພາກຕາເວັນອອກຂອງຢູເຄຼນ
“ທະຫານຜູ້ປົກປ້ອງປະເທດຂອງເຮົາເຮັດຄວາມເສຍຫາຍຢ່າງເຫັນໄດ້ຊັດເຈນໃນຄັງ ແລະ ຈຸດອື່ນໆ ທີ່ມີຄວາມສຳຄັນຕໍ່ໂລຈິສະຕິກຂອງຜູ້ຢຶດຄອງມີແຕ່ຈະເພີ່ມຂຶ້ນທຸກອາທິດ ເຊັ່ນດຽວກັນກັບຄວາມຍາກໃນການສົ່ງກຳລັງບຳລຸງໃຫ້ພວກນັ້ນ”
ເຊເລັນສະກີກ່າວ
ສຳນັດຂ່າວຊີເອັນບີຊີລາຍງານວ່າ ຢູເຄຼນໄດ້ຮ້ອງຂໍອາວຸດໜັກເພີ່ມເຕີມຈາກຊາດພັນທະມິດນາໂຕ່ເພື່ອໃຫ້ທຽບເທົ່າກັບຣັດເຊຍທີ່ໃນຂະນະທີ່ຣັດເຊຍພະຍາຍາມບຸກໂຈມຕີແຄວ້ນໂດເນສທີ່ຢູ່ໄກ້ຄຽງ
ທັ້ງສອງແຄວ້ນດັ່ງກ່າວຕັ້ງຢູ່ໃນພູມພາກດອນບາສທາງຕາເວັນອອກຂອງຢູເຄຼນ ທີ່ຣັດເຊຍກ່າວວ່າ ເປົ້າໝາຍຫຼັກຂອງການບຸກຄັ້ງນີ້ເພື່ອ “ປົດປ່ອຍ” ພູມພາກດັ່ງກ່າວ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page