ຢູເຄຼນຫວັງວ່າອັງກິດຈະສືບຕໍ່ສະຫນັບສະຫນູນເຖິງແມ່ນວ່າ Johnson ລາອອກຈາກຕໍາແຫນ່ງ.
ສຳນັກງານຂອງ ປທນ ເຊເລັນສະກີ ແຫ່ງຢູເຄຼນເປີດເຜີຍວ່າ ຢູເຄຼນຄາດວ່າຈະຍັງໄດ້ຮັບການສະໜັບສະໜູນຕໍ່ໄປ ເຖິງແມ່ນວ່າ ບໍລິສ ຈອນສັນ ປະກາດລາອອກຈາກຕຳແໜ່ງນາຍົກລັດຖະມົນຕີຂອງອັງກິດພ້ອມກ່າວຂອບໃຈທ່ານຈອນສັນທີ່ປົກປ້ອງຜົນປະໂຫຍດຂອງຢູເຄຼນຫຼັງຈາກການບຸກໂຈມຕີຂອງຣັດເຊຍ.
ສຳນັກງານຂອງ ປທນ ເຊເລັນສະກີລະບຸໃນຖະແຫຼງການຫຼັງຈາກທີ່ຜູ້ນຳທັງສອງຊາດໂອ້ລົມກັນທາງໂທລະສັບວ່າ “ເຮົາທຸກຄົນໄດ້ຍິນຂ່າວດ້ວຍຄວາມໂສກເສົ້າບໍ່ພຽງແຕ່ຂ້ອຍ ແຕ່ຍັງລວມເຖິງສັງຄົມຢູເຄຼນທັງໝົດ ເຊິ່ງເຫັນອົກເຫັນໃຈເຈົ້າຢ່າງຫຼາຍ”
ຖະແຫຼງການເສີມວ່າ “ເຮົາບໍ່ສົງໃສເຖິງການສະໜັບສະໜູນຂອງອັງກິດເລີຍ ແຕ່ຄວາມເປັນຜູ້ນຳ ແລະ ສະເໜ່ສ່ວນຕົວຂອງທ່ານເຮັດໃຫ້ມັນພິເສດ” ໂດຍທ່ານຈອນສັນເຄີຍເດີນທາງເຍືອນກຸງຄຽຟ 2 ຄັ້ງ ຫຼັງຈາກການບຸກໂຈມຕີຂອງຣັດເຊຍເມື່ອວັນທີ່ 24 ກຸມພາ
ຂະນະດຽວກັນທ່ານ Dmitro Culeba ລັດຖະມົນຕີຕ່າງປະເທດຢູເຄຼນກ່າວກັບສຳນັກຂ່າວລອຍເຕີ່ວ່າ ທ່ານຈອນສັນເປັນ “ມິດແທ້ຂອງຢູເຄຼນ” ໂດຍທ່ານຈອນສັນເປັນຜູ້ນຳໂລກຄົນທຳອິດ ທີ່ບໍ່ພຽງແຕ່ກ່າວໂທດການບຸກໂຈມຕີຂອງຣັດເຊຍພຽງຢ່າງດຽວ ແຕ່ຍັງຊ່ວຍໃຫ້ຢູເຄຼນປົກປ້ອງຕົນເອງອີກດ້ວຍ.