G20 ເລີ່ມການເຈລະຈາດ້ານສະບຽງອາຫານ – ພະລັງງານ ຄາດວ່າຈະມີຄວາມຂັດແຍ່ງກັນລະຫວ່າງອາເມລິກາ-ຣັດເຊຍ.
ຣັດທະມົນຕີຕ່າງປະເທດກຸ່ມ G20 ເລີ່ມຫາລືກັນໃນມື້ນີ້ກ່ຽວກັບປະເດັນການຂາດແຄນອາຫານ ແລະ ພະລັງງານ ລວມເຖິງລາຄາສິນຄ້າທີ່ພຸ່ງຂຶ້ນສູງ ອັນເນື່ອງມາຈາກການທີ່ຣດເຊຍໂຈມຕີຢູເຄຼນ.
ສຳນັກຂ່າວກຽວໂດລາຍງານວ່າ ໃນວັນທີ່2 ຂອງການປະຊຸມ G20 ທີ່ເກາະບາຫຼີຂອງອິນໂດເນເຊຍ ຄາດວ່າທ່ານແອນໂທນີ ບລິງເກນ ລັດຖະມົນຕີຕ່າງປະເທດສະຫະລັດ ແລະ ທ່ານເຊີເກ ລາຟຣອຟ ລັດຖະມົນຕີຕ່າງປະເທດຣັດເຊຍ ຈະໂຕ້ຖຽງກັນວ່າໃຜຄວນຖືກຕຳນິສຳຫຼັບປະເດັນດັ່ງກ່າວ
ສຳຫຼັບທ່ານລາຟຣອຟ ການປະຊຸມ G20 ຖືເປັນໂອກາດທຳທິດທີ່ໄດ້ເຂົ້າຮ່ວມວຽກງານຫຼາຍຝ່າຍເຊິ່ງມີລັດທະມົນຕີຕ່າງປະເທດຂອງກຸ່ມ G7 ນັບຕັ້ງແຕ່ຣັດເຊຍເຂົ້າບຸກໂຈມຕີຢູເຄຼນເມື່ອປາຍເດືອນກຸມພາ
ຂະນະດຽວກັນທ່ານາງ ເຣດໂນ ມາດຊູດີ ລັດທະມົນຕີຕ່າງປະເທດອິນໂດເນເຊຍ ເປີດເຜີຍວ່າ ລັດຖະມົນຕີຕ່າງປະເທດກຸ່ມ G7 ໄດ້ຄວໍ່າບາດການຈັດງານລ້ຽງອາຫານຄ່ຳໃນຕອນແລງວັນພະຫັດວານນີ້ (7 ກໍລະກົດ) ເຊິ່ງເປັນເປັນງານທຳອິດຂອງການປະຊຸມທີ່ຈັດຂຶ້ນເປັນເວລາ 2 ວັນກ່ອນຈະມີການສົນທະນາປະເດັນສຳຄັນໃນຍ່ານນູຊາ ດູອາ ເພື່ອສະແດງຈຸດຢືນຕໍ່ຕ້ານການຮຸກຮານທາງທະຫານຂອງຣັດເຊຍ
ທັ້ງນີ້ຄວາມກັງວົນດ້ານການຂາດແຄນອາຫານເພີ່ມຂຶ້ນໃນບາງປະເທດຂອງອາຟຣິກາ ແລະ ຕາເວັນອອກກາງ ເນື່ອງຈາກຕ້ອງເພິ່ງພາການສົ່ງອອກທັນຍາພືດຈາກຢູເຄຼນ ເຊິ່ງເປັນຜູ້ຜະລິດລາຍໃຫຍ່ອີກທັ້ງຣັດເຊຍຍັງໄດ້ປິດກັ້ນທ່າເຮືອໃນທະເລດຳເພື່ອປ້ອງກັນບໍ່ໃຫ້ມີການຂົນສົ່ງພືດຜົນດັ່ງກ່າວ.