ເຫດການ ຍິ ງອາດີດນາຍົກ ຊິນໂຊ ອາເບະ ສ້າງຄວາມຕົກໃຈທົ່ວປະເທດແລະໃນທົ່ວໂລກ

ເຫດການ ຍິ ງອາດີດນາຍົກລົດຖະມົນຕີ “ ຊິນໂຊ ອາເບະ” ສ້າງຄວາມຕົກໃຈທັງໝົດປະເທດແລະທົ່ວໂລກ

ເນື່ອງຈາກອັດຕາການເກີດ ອາດ ຊະ ຍ າ ກຳ ຈາກອ າວຸດປືນ ໃນຢີ່ປຸ່ນ ນັບວ່າຕ່ຳທີ່ສຸດໃນໂລກ ເນື່ອງຈາກຢີ່ປຸ່ນ ມີກົດໝາຍຄວບຄຸບປືນເຂັ້ມງວດ
ສະຖິຕິປີ ພ.ສ 2557 ຢີ່ປຸ່ນມີຜູ້ເສຍຊີວິດຈາກອາວຸດປືນ 6ຄົນ ແລະ ໃນປີ ພ.ສ 2561 ຢີ່ປຸ່ນມີຜູ້ເສຍຊີວິດຈາກອາວຸດປືນ 9ຄົນ ເຊິ່ງຄວາມຮຸນແຮງຈາກອາວຸດປືນໃນຢີ່ປຸ່ນທີ່ເກີດຂື້ນສູງສຸດລະຫວ່າງປີ 2555-2564ທັງໝົດມີພຽງ 205ຄັ້ງ


ພາຍໃຕ້ກົດໝາຍອາວຸດປືນຂອງຢີ່ປຸ່ນ ປືນຊະນິດດຽວທີ່ໄດ້ຮັບອານຸຍາດໃຫ້ຂາຍໄດ້ຄື ປືນລູກຊອງແລະປືນໄຣເຟີນ ຂະນະທີ່ປືນພົກພາເປັນສິ່ງທີ່ຜິດກົດໝາຍ ແຕ່ການທີ່ຈະໄດ້ຮັບອານຸຍາດໃຫ້ຊື້ປືນໄດ້ ຕ້ອງຜ່ານຂະບວນການທີ່ໃຊ້ເວລາດົນແລະຊັບຊ້ອນ


ການຊື້ປືນໃນຢີ່ປຸ່ນຜູ້ມີໂອກາດຈະຊື້ໄດ້ ຕ້ອງເຂົ້າຮຽນໃນຊັ້ນຮຽນຕະຫຼອດມື້ ຜ່ານການທົດສອບຂໍ້ຂຽນແລະການທົດສອບສະນາມຍິງປືນທີ່ມີຄວາມແນ່ນອນ ຕ້ອງໄດ້ຮັບການປະເມີນສຸຂະພາບຈິດແລະການທົດສອບຢາເສບຕິດ ຕະຫຼອດຈົນການກວດສອບປະຫວັດຄວາມເປັນມາເຂັ້ມງວດ ລວມເຖິງການທົບທວນປະຫວັດອາດຊະຍາກຳ, ໜີ້ສ່ວນບຸກຄົນ ການມີສ່ວນຮ່ວມໃນອົງກອນອາດຊະຍາກຳແລະຄວາມສຳພັນກັບຄອບຄົວແລະເພື່ອນຝູງ.


ປີ 2550ທ່ານ ອິດໂຊ ອິໂຕະ ອະດີດນາຍົກລັດທະມົນຕີນາງາຊາກີ ເສຍຊີວິດຫຼັງຖຶກລອບຍິງສອງຄັ້ງ ຈາກທາງດ້ານຫຼັງ ນັບຕັ້ງແຕ່ນັ້ນມາ ຢີ່ປຸ່ນຈື່ງອອກກົດໝາຍຄວບຄຸມອາວຸດປືນທີ່ເຂັ້ມງວດຫຼາຍຂື້ນແລະມີບົດລົງໂທດທີ່ໝັກຫຼາຍ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page