ພຶດຕິກຳທີ່ບໍ່ຄວນເຮັດທັນທີຫຼັງ “ກິນເຂົ້າອີ່ມ”
ເຄີຍໄດ້ຍິນບໍວ່າຫຼັງກິນເຂົ້າບໍ່ຄວນເຮັດສິ່ງນັ້ນສິ່ງນີ້ ບາງເລື່ອງກໍສາມາດເຮັດໄດ້ບໍ່ເປັນຫຍັງ ແຕ່ຄວາມເປັນຈິງແລ້ວກໍມີຫຼາຍຢ່າງຄືກັນທີ່ບໍ່ຄວນເຮັດຫຼັງກິນເຂົ້າອີ່ມໃໝ່ໆ ເພາະອາດສົ່ງຜົນເສຍຕໍ່ຮ່າງກາຍໂດຍທີ່ເຮົາບໍ່ຮູ້ມາກ່ອນ
1.ຫຼັງກິນເຂົ້າແລ້ວບໍ່ຄວນນອນ: ບໍ່ວ່າຈະເປັນການນອນແອນຫຼືນອອນລົງໄປກັບພື້ນ ການອນທັນທີຫຼັງກິນເຂົ້າອີ່ມອາດເພີ່ມຄວາມສ່ຽງຂອງໂລກກົດໄລຢ້ອນໄດ້ ທາງທີ່ດີຄວນນັ່ງປະມານ 30ນາທີເຖິງ 1ຊົ່ວໂມງກ່ອນຄ່ອຍແອນຫຼັງຈະດີກວ່າແລະບໍ່ຄວນກິນຫຍັງກ່ອນເຂົ້ານອນ 3-4ຊົ່ວໂມງ.
2.ຫຼັງກິນເຂົ້າບໍ່ຄວນອອກກຳລັງກາຍ: ບໍ່ຄວນອອກກຳລັງກາຍທັນທີ່ ທີ່ກິນເຂົ້າແລ້ວໃໝ່ໆ ເພາະອາດສ່ຽງເຮັດໃຫ້ເກີດອາການຈຸກທ້ອງລະຫວ່າງອອກກຳລັງກາຍໄດ້ແຕ່ຖ້າຕ້ອງການອອກຳລັງກາຍແທ້ໆ ຄວນບອກກຳລັງກາຍຄ່ອຍໆ, ແບບການຍ່າງຊ້າໆ ສະບາຍໆ ໂດຍການຍັບກ້າມເນື້ອເບົາໆຈະຊ່ວຍໃຫ້ລະດັບນໍ້າຕານໃນເລືອດດີຂື້ນດ້ວຍ.
3.ຫຼັງກິນເຂົ້າບໍ່ຄວນແປງຟັນທັນທີ: ໂດຍສະເພາະການກິນອາຫານທີ່ມີລົດສົ້ມຈັດ ເຊັ່ນ:ຍຳ,ນໍ້າໝາກນາວແລະອື່ນໆ ເພາະອາຫານລົດສົ້ມມັກມີສ່ວນປະກອບທີ່ມີປະສິດທິພາບເປັນກົດ ທີ່ສາມາດທຳລາຍຊັ້ນເຄືອຍຟັນໄດ້ ຈື່ງຄວນງົດໃຊ້ແປງຖູູແຂ້ວໃນຊ່ວງທີ່ສຳພັດກັບກົດໝາກນາວ ແລະ ອາຫານທີ່ມີລົດສົ້ມຕ່າງໆ ໄປກ່ອນ 15-30ນາທີ ແລ້ວຈຶ່ງແປງຟັນເພື່ອຫຼຸດຄວາມສ່ຽງຈາກການເຮັດໃຫ້ແຂ້ວຄອນແລະຫຼັງກິນອາຫານທີ່ມີລົດສົ້ມຄວນດື່ມນໍ້າຫຼືບ້ວນນໍ້າໃຫ້ນ້ຳຊະລ້າງກົດທີ່ຢູ່ຜິວເຄືອບແຂ້ວອອກໄປດ້ວຍ.