ອອັດເຕເລຍຂາດແຄຼນຄົນທຳຄວາມສະອາດ ຍອມເພີ່ມຄ່າແຮງສູງສຸດ 5ແສນກີບ/ຊົ່ວໂມງ
ອັອດເຕເລຍກຳລັງປະເຊີນການຂາດແຄຼນແຮງງານ ເຮັດໃຫ້ບໍລິສັດທຳຄວາມສະອາດຕ່າງໆ ຈຳເປັນຕ້ອງປັບເພີ່ມຄ່າແຮງເປັນຊົ່ວໂມງ ເພື່ອດືງດູດໃຈຄົນໃຫ້ສະໝັກເຂົ້າມາເຮັດວຽກ ເຊິ່ງແຮງງານໃໝ່ບໍ່ມີປະສົບການກໍເຮັດໄດ້ ຄ່າຈ້າງທີ່ໄດ້ຮັບອາດຈະສູງຫຼາຍ
ອາຊີບພະນັກງງານທຳຄວາມສະອາດໃນອັອດເຕເລຍ ທີ່ມີໂອກາດໄດ້ເງີນສູງສຸດເຖິງປີລະ 124.800ໂດລາອອັດເຕເລຍຫຼືປະມານ 1.500ລ້ານກີໍບ
ຈອຍ ເວດ ກຳມະການຜູ້ຈັດການຂອງບໍລິສັດທຳຄວາມສະອາດ ໃນນະຄອນຊິດນີ ເປີດໃຈວ່າບໍລິສັດຂອງເຂົາຖຶກບັງຄັບໃຫ້ຕ້ອງປັບຂື້ນຄ່າຈ້າງເພື່ອດືງດູດໃຈພະນັກງານ
ໂດຍປັດຈຸບັນຢູ່ທີ່ອັດຕາຊົ່ວໂມງລະ 45ໂດລາ ເຊິ່ງນັ້ນໝາຍເຖິງພະນັກງງານທຳຄວາມສະອາດທີ່ເຮັດວຽກມື້ລະ 8ຊົ່ວໂມງ ເປັນເວລາ 5ມື້ຕໍ່ອາທິດ ຈະໄດ້ຮັບເງີນຫຼາຍເຖິງປີລະ 93.600ໂດລາ
ສຳລັບບັນຫາການຂາດແຄຼນແຮງງານຄົນທຳຄວາມສະອາດນັ້ນເກີດຂື້ນມາໄລຍະໜື່ງແລ້ວ ໂດຍ ຈອຍ ເວດ ຊີ້ວ່ານັບຕັ້ງແຕ່ຊ່ວງກາງປີ 2564 ລາວບໍ່ສາມາດຫາຄົນມາທຳຄວາມສະອາດໄດ້ພຽງພໍສຳລັບທຸລະກິດຂອງບໍລິສັດ ບາງພື້ນທີ່ຕັດສິນໃຈບໍ່ທຳການຕະຫຼາດຫຼືໂຄສະນາໃດໆທັງນັ້ນ ເນື່ອງຈາກບໍ່ສາມາດຫາຄົນທຳຄວາມສະອາດໃນພື້ນທີ່ໄດ້.