ຜູ້ນຳສີລັງກາຂໍຮ້ອງປູຕິນຊ່ວຍແກ້ໄຂວິກິດເສດຖະກິດ

ຜູ້ນຳສີລັງກາຂໍຮ້ອງປູຕິນຊ່ວຍແກ້ໄຂວິກິດເສດຖະກິດ


ທ່ານໂກຕາບາຍາ ຣາດສະປັກສາ ປະທານາທິບໍດີສີລັງກາ ພະຍາຍາມຫາທາງແກ້ໄຂວິກິດເສດຖະກິດຄັ້ງຮ້າຍແຮງທີ່ສຸດຂອງປະເທດໃນຮອບ 74ປີ ນັບຕັ້ງແຕ່ປະເທດໄດ້ຮັບເອກະຣາດ

ເຜີຍໄດ້ມີການຫາລືເບື້ອງຕົ້ນກັບ ທ່ານວະລາດິມີ ປູຕິນ ປະທານາທິບໍດີຣັດເຊຍ ເລື່ອງການຂໍເຄດິດການນຳເຂົ້ານຳມັນຈາກຣັດເຊຍ ( ຮັບສິນຄ້າແລ້ວຊຳລະເງີນຄືນພາຍຫຼັງ) ລວມເຖິງຮ້ອງຂໍໃຫ້ຣັດເຊຍກັບມາເປີດທ້ຽວບິນກົງສາຍການບິນໂຮຟອດລະຫວ່າງກຣຸງມອສໂກ-ໂຄໂລມເບຍທີ່ລະງັບໄປເປັນເດືອນ ພ້ອມເສີມຄວາມສຳພັນດ້ານການຄ້າວັດທະນະທຳ ແລະ ການທ້ອງທ່ຽວ.


ທັ້ງນີ ນັກຂ່າວຕ່າງປະເທດລາຍງານວ່າ ໃນຊ່ວງ 2ເດືອນທີ່ຜ່ານມາ ລັດຖະບານສີລັງກາໄດ້ ພະຍາຍາມກູ້ວິກິດເສດຖະກິດດ້ວຍການຂໍເງີນສະໜັບສະໜູນຈາກຈີນ-ອິນເດຍ ເພື່ອແກ້ບັນຫາອາຫານສິ່ງຂອງຈຳເປັນ ພະລັງງານຂາດເເຄຼນ ພ້ອມນຳເຂົ້ານໍ້າມັນເພີ່ມຕື່ມຈາກຣັດເຊຍແຕ່ກໍຍັງບໍ່ໄດ້ປະສິດທິຜົນ

Leave a Reply

Your email address will not be published. Required fields are marked *

You cannot copy content of this page