ປູຕິນກ່າວການລົງໂທດຣັດເຊຍຈາກຕາເວັນຕົກອາດເຮັດໃຫ້ຕະຫຼາດພະລັງງານໂລກເກີດໄພພິບັດ

ທ່ານວະລາດີເມຍ ປູຕິນກ່າວວ່າ: ຝ່າຍຕາເວັນຕົກລົງໂທດຣັດເຊຍອາດ ເຮັດໃຫ້ຕະຫຼາດພະລັງງານທົ່ວໂລກເກີດມີຜົນຮ້າຍທີ່ເປັນໄພພິບັດ



ຕາມຂ່າວCRI: ວັນທີ 8 ກໍລະກົດນີ້, ທ່ານວະລາດີເມຍ ປູຕິນ, ປະທານາທິບໍດີຣັດເຊຍ ໄດ້ກ່າວໃນກອງປະຊຸມເທື່ອໜຶ່ງຂອງລັດຖະບານຣັດເຊຍວ່າ,ຖ້າວ່າຝ່າຍຕາເວັນຕົກສືບຕໍ່ດຳເນີນການລົງໂທດຕໍ່ຣັດເຊຍ,ອາດຈະເຮັດໃຫ້ຕະຫຼາດພະລັງງານທົ່ວໂລກເກີດມີຜົນຮ້າຍທີ່ມີເປັນໄພພິບັດ.



ທ່ານວະລາດີເມຍ ປູຕິນກ່າວວ່າ, ສົງຄາມແບບກະທັນຫັນດ້ານເສດຖະກິດທີ່ແນໃສ່ ຣັດເຊຍໄດ້ປະລາໄຊ,ແຕ່ວ່າການລົງໂທດຕໍ່ຣັດເຊຍຈາກຝ່າຍຕາເວັນຕົກກຳລັງທຳລາຍເສດຖະກິດຂອງຣັດເຊຍ, “ພວກເຮົາຕ້ອງມີຄວາມໝັ້ນໃຈ, ແຕ່ວ່າສຳລັບບາງຂະແໜງການ ແລະຕະຫຼາດແຮງງານ, ຄວາມສ່ຽງຍັງຄົງຕົວຢູ່. ”

ທ່ານຍັງກ່າວວ່າ, ຣັດເຊຍກຳລັງ ຄົ້ນຄວ້າກ່ຽວກັບແຜນການການຂົນສົ່ງທາງລົດໄຟ,ທາງທະເລແລະພື້ນຖານໂຄງລ່າງທໍ່ສົ່ງ,ເພື່ອສະໜອງນ້ຳມັນແລະຜະລິດຕະພັນນ້ຳມັນຂອງຣັດເຊຍໃຫ້ແກ່ປະເທດທີ່ມີໄມຕີຈິດມິດຕະພາບກັບຣັດເຊຍ.


ທີ່ມາ CRI

Leave a Reply

Your email address will not be published. Required fields are marked *

You cannot copy content of this page