ເປີດເຜີຍປົມສັງຫານ ອາດີດນາຍົກ ອາເບະ ເຊື່ອກ່ຽວຂ້ອງກັບອົງການທີ່ຄຽດແຄ້ນຢູ່
ຕຳຫຼວດຍັງຄົງເລັ່ງຫາແຮງຈູງໃຈມໃນການກໍ່ເຫດລອບສັງຫານອາດີດນາຍົກລັດຖະມົນຕີຊິນໂຊ ອາເບະ ຂອງຢີ່ຢຸ່ນ ໂດຍລ່າສຸດ ຕຳຫຼວດໄດ້ເປີດເຜີຍວ່າເທດສືຍະ ຍາມາງາມິ ອາຍຸ 41ປີ ຜູ້ກໍ່ເຫດ
ເຊິ່ງເຄີຍເປັນອາດີດສະມຮຊິກກອງກຳລັງປ້ອງກັນຕົນເອງ ທາງທະເລຂອງຢີ່ປຸ່ນ ຍອມຮັບວ່າຕົນປະດິດປືນຂື້ນມາໃຊ້ກໍເຫດລອບສັງຫານຄັ້ງນີ້ເອງ ພ້ອມກັບສາລະພາບວ່າຕົນຕ້ອງການຂ້າທ່ານ ອາເບະເພາະຮູ້ສຶກບໍ່ພໍໃຈໃນຕົວທ່ານອາເບະ ທີ່ເຂົາໄປກ່ຽວຂ້ອງກັບອົງກອນໜື່ງ
ເຊິ່ງຕົນມີຄວາມແຄ້ນຢູ່ ແນວໃດກໍຕາມ ຕຳຫຼວດບໍ່ໄດ້ເປີດເຜີຍຊື່ຂອງອົງກອນດັ່ງກ່າວ ແລະ ບໍ່ຢືນຢັນວ່າອົງກອນນີ້ມີແທ້ຫຼືບໍ່ ພຽງແຕ່ລະບຸວ່າອົງກອນດັ່ງກ່າວ ເປັນອົງກອນທີ່ກ່ຽວຂ້ອງກັບສາສະໜາ.
ນອກຈາກນີ້ ຕຳຫຼວດຍັງເປີດເຜີຍດ້ວຍວ່າ ຜູ້ກໍ່ເຫດ ບໍ່ໄດ້ມີທ່າທີຈະຫຼົບໜີ ຫຼັງຍິງທ່ານ ອາເບະ ແລະ ເປຜີດເຜີຍວ່າເຈົ້າໜ້າທີ່ໄດ້ເດີນທາງບຸກຄົ້ນບ້ານພັກຂອງທ່ານຍາມາງາມິ ໃນເມືອງນາຣາ ແລະ ພົບວ່າພາຍໃນບ້ານຂອງເຂົາມີທັງອາວຸດປືນທີ່ປະດິດເອງ ແລະ ວັດຖຸລະເບີດອີກຈຳນວນຫຼາຍ ໂດຍເວລານີ້ ຕຳຫຼວດກຳລັງສືບສວນວ່າ ຍາມາງາມິ ມີຜູ້ຮ່ວມກໍ່ເຫດດ້ວຍຫຼືບໍ່