5 ເຄັດລັບດື່ມນໍ້າ ຊ່ວຍໃຫ້ລະບົບຂັບຖ່າຍດີ
ຖາມວ່າໃນແຕ່ລະມືດື່ມນ້ຳໃນປະລິມານຈັກລິດຫຼືຈັກແກ້ວ ຫຼາຍຄົນຈະຮູ້ດີວ່າຄວນດື່ມນ້ຳມື້ລະ 2ລິດ ຫຼືປະມຮານ 8ແກ້ວຕໍ່ມື້ ເຊິ່ງການດື່ມນ້ຳໃນປະລິມານທີ່ພຽງພໍ ຕໍ່ຄວາມຕ້ອງການຂອງຮ່າງກາຍ ບໍ່ພຽງແຕ່ຈະຊ່ວຍໃຫ້ຜິວພັນໃສຂື້ນເທົ່ານັ້ນ ແຕ່ຍັງມີສ່ວນຊ່ວຍໃຫ້ລະບົບຂັບຖ່າຍເຮັດວຍກໄດ້ດີ ມື້ນິແອດຈະມາບອກ 5ເຄັດລັບໃນການດື່ມນ້ຳມີດັ່ງລຸ່ມນີ້:
1.ດື່ມ 1ແກ້ວ ຊ່ວງເວລາ 6-7ໂມງເຊົ້້າ ເຊິ່ງເປັນຊ່ວງທີ່ຮ່າງກາຍໄດ້ຮັບນ້ຳຫຼັງຈາກທີ່ບໍ່ໄດ້ຮັບມາຕະລອດໝົດຄືນ ເຊິ່ງການດື່ມນ້ຳໃນຊ່ວງນີ້ ຈະຊ່ວຍຫຼຸດພາວະຂາດນ້ຳ ຫຼຸດຄວາມໜຍວຂອງເລືອດ ຊ່ວຍໃຫ້ເລືອດໄຫຼວຽນດີ
2. ດື່ມ 1ແກ້ວຊ່ວງ 8-9ໂມງເຊົ້າ: ເປັນແກ້ວທີ 2ຂອງມື້ ແນະນຳໃຫ້ດື່ມກ່ອນກິນອາຫານປະມານ 15-20ນາທີ ເພື່ອໃຫ້ລະບົບຍ່ອຍອາຫານເຮັດວຽກໄດ້ດີຂື້ນ ທີ່ສຳຄັນບໍ່ແນະນຳໃຫ້ດື່ມນ້ຳກ່ອນຫຼືຫຼັງກິນອາຫານທັນທີ
3.ດື່ມ 3ແກ້ວຊ່ວງ 9-ຕອນບ່າຍໂມງ ຄວນດື່ມນ້ຳໃຫ້ໄດ້ 3ແກ້ວ ເຊິ່ງຊ່ວງນີ້ເປັນຊ່ວງທີ່ຮ່າງກາຍຈຳເປັນໄດ້ຮັບປະລິມານນ້ຳທີ່ຫຼາຍພໍ ເນື່່ອງຈາກຮ່າງກາຍປະເຊິນກັບແສງແດດແລະສູນເສຍເຫື່ອ
4.ດື່ມ 2ແກ້ວ ຊ່ວງບ່າຍໂມງ-5ໂມງແລງ: ຈະຊ່ວງປ້ອງກັນບັນຫາຜິວແຫ້ງ ແຖມຍັງຊ່ວຍອາການຢາກນ້ຳໄດ້ດີ ໂດນສະເພາະໃຜທີ່ຕ້ອງນັ່ງເຮັດວຍກຢູ່ໃນຫ້ອງແອ ຈຳເປັນທີ່ຕ້ອງເຕີມນ້ຳເຂົ້າສູ່ຮ່າງກາຍ ເພື່ອຫຼຸດການສູນເສຍນ້ຳ
5. ດື່ມ 3ແກ້ວ ຊ່ວງ6ໂມງແລງ-10ກາງຄືນ: ຄວນດື່ມໃຫ້ຄົບ 3ແກ້ວ ໃນຊ່ວງນີຈະຊ່ວຍໃຫ້ຊະລ້າງສິ່ງຕົກຄ້າງໃນລໍາໄສ້ໄດ້ດີ ແຖມຍັງຊ່ວຍປ້ອງກັນຮ່າງກາຍບໍ່ໃຫ້ຂາດນ້ຳຂະນະນອນຫຼັບໄດ້ດີ