ຢູ່ຕໍ່ບໍ່ໄດ້! ປະທານາທິບໍດີສີລັງກາລາອອກຈາກຕຳແໜ່ງຫຼັງມີການປະທ້ວງຈະເຜົາເຮືອນ
ວັນທີ 9 ກໍລະກົດນີ້, ຜູ້ປະທ້ວງຂອງສີລັງກາໄດ້ບຸກເຂົ້າເຮືອນພັກປະທານາທິບໍດີ ບ່ອນເຮັດວຽກຂອງປະທານາທິບໍດີ ແລະທຳນຽບນາຍົກລັດຖະມົນຕີຢູູ່ທີ່ນະຄອນຫຼວງໂກລົມໂປ.ມື້ດຽວກັນ, ຜູ້ນຳພັກການເມືອງຕ່າງໆຂອງສີລັງກາໄດ້ຈັດກອງປະຊຸມ

ໂດຍຮຽກຮ້ອງໃຫ້ທ່ານໂກຕາບາຢາ ຣາເຈຍປັກຊາ ປະທານາທິບໍດີ ແລະ ທ່ານຣານີວ ວິເກຼເມຊງເຮ ນາຍົກລັດຖະມົນຕີລາອອກຈາກຕຳແໜ່ງ, ພ້ອມກັນນັ້ນ ໃຫ້ປະທານລັດຖະສະພາເປັນຜູ້ວ່າການແທນປະທານາທິບໍດີໂດຍອີງຕາມລັດຖະທຳມະນູນ,

ເວລາບໍ່ຫຼາຍກວ່າ 30 ວັນ. ພາຍໃນເວລາ 30 ວັນນີ້, ລັດຖະສະພາຈະເລືອກຕັ້ງສະມາຊິກສະພາເປັນປະທານາທິບໍດີ ຈົນເຖິງປະທານາທິບໍດີຊຸດນີ້ໝົດອາຍຸການ, ລັດຖະບານຊົ່ວຄາວຈະໄດ້ຮັບການແຕ່ງຕັ້ງພາຍໃນບໍ່ເທົ່າໃດມື້ຂ້າງຫນ້າ.
ແລະໃນມື້ດຽວກັນຂອງຕອນຄ່ຳວັນທີ 9 ກໍລະກົດນີ້, ສື່ມວນຊົນສີລັງກາລາຍງານວ່າ, ທ່ານໂກຕາ ບາຢາ ຣາເຈຍປັກຊາ ປະທານາທິບໍດີສີລັງກາໄດ້ແຈ້ງໃຫ້ປະທານລັດຖະສະພາຊາບວ່າ ທ່ານຈະລາອອກຈາກຕຳແຫນ່ງປະທານາທິບໍດີໃນວັນທີ 13 ກໍລະກົດນີ້.
ມື້ດຽວກັນ, ຫ້ອງການນາຍົກລັດຖະມົນຕີສີລັງກາອອກຖະແຫຼງການວ່າ, ທ່ານຣານີວ ວິເກຼເມຊິງເຮ ນາຍົກລັດຖະມົນຕີສີລັງກາຍິນດີລາອອກຈາກຕຳແຫນ່ງເພື່ອສ້າງຄວາມສະດວກໃຫ້ແກ່ການສ້າງລັດຖະບານຊຸດໃຫມ່ທີ່ປະກອບດ້ວຍພັກຕ່າງໆ.
ທີ່ມາ: CRI