ຮົງກາລີໂວຍ EU ສະເໜີປັນສ່ວນກ໊າຊລັດສະມາຊິກ ຫຼັງຖຶກຣັດເຊຍຕັດການສະໜອງ

ຮົງກາລີໂວຍ EU ສະເໜີປັນສ່ວນກ໊າຊລັດສະມາຊິກ ຫຼັງຖຶກຣັດເຊຍຕັດການສະໜອງ


ຮົງກາລີ ປະນາມຢ່າງດຸເດືອດຕໍ່ແນວຄິດຂອງອີຢູທີ່ແນະນຳໃຫ້ທຸກປະເທດສະມາຊິກປັນສ່ວນຄັງສຳຮອງກ໊າຊທຳມະຊາດທັງໝົດທີ່ກັກໄວ້ໃນຂະນະທີ່ທະວີບແຫ່ງນີ້ກຳລັງປະເຊີນກັບວິກິດພະລັງງານໜັກໜ່ວງຂື້ນເລື້ອຍໆ


ເປເຕີ ຊິຍາໂທ ລັດຖະມົນຕີວ່າກະຊວງປ້ອງກັນຕ່າງປະເທດຮົງກາລີ ວິພາກວິຈານຢ່າງຮຸນແຮງຕໍ່ຂໍ້ສະເນີບັງຄັບໃຊ້ “ ພາລະຜູກພັນຄວາມເປັນໜື່ງດຽວກັນທາງພະລັງງານ” ເຊິ່ງພັກດັນໂດຍພັກຢູໂຣປຽນພີເພິດປາຕີ ຕາມລາຍງານຂອງສື່ມວນຊົນ


“ຄັງສຳຮອງກ໊າຊຂອງຮົງກາລີຈະຍັງຄົງເປັນສົມບັດຂອງຊາວຮົງກາລີ ເຮົາຈະໃຊ້ກ໊າຊຈາກຄັງສຳຮອງກ້າຊຂອງຮົງກາລີ ເພາະມັນຈັດຊື້ໂດຍໃຊ້ເງີນຂອງຜຸູ້ເສຍພາສີຊາວຮົງກາລີ” ຊີຍາໂທ ກ່າວ.
ມັນເຟຣດ ເວເບີ ປະທານພັກ EPP ກ່າວວ່າ ກ່ອນໜ້ານີ້ເມື່ອຊ່ວງຕົ້ນເດືອນວ່າ “ ອີຢູຈຳເປັນຕ້ອງມີກົນໄກ ຜູກມັດໃນແນວມາງບໍລິຫານຈັດການກ໊າຊໃນຄັງສຳຮອງຕ່າງໆ ດ້ວຍຄວາມສາມັກຄີເປັນໜື່ງດຽວກັນ ເພື່ອທີ່ແຕ່ລະຊາດຈະບໍ່ເບິ່ງທີ່ຜົນປະໂຫຍດຂອງຕົນເອງ”


ຄວາມຄິດເຫັນດັ່ງກ່າວຮຽກສຽງຕຳໜິຈາກ ຊິຍາໂທ ທີ່ບອກວ່າ “ ຂໍ້ສະເໜີຂອງເວເບີ ມັນເປັນບາງຢ່າງທີ່ຫວນໃຫ້ເຮົານຶກເຖິງຄອມມູນິດ”
ໃນປີກ່ອນ ຮົງກາລີຫາກໍລົງນາມໃນສັນຍາ 15ປີ ກັບກ໊າຊພອມ ລັດວິສາຫະກິດພະລັງງານຍັກໃຫຍ່ຣັດເຊຍ ສຳລັບຮັບມອບກ໊າຊທຳມະຊາດຜ່ານທໍ່ລຳລຽງເຕີກສະຕີດ ແລະ ທໍ່ລຳລຽງກ໊າຊອື່ນໆ ໃນທາງຕາເວັນອອກສຽງໃຕ້ຂອງຢູໂຣບ

Leave a Reply

Your email address will not be published. Required fields are marked *

You cannot copy content of this page