ເຊເລນສະກີປົດທູດຢູເຄຼນປະຈຳເຢຍລະມັນກັບອີກ 4ຊາດ ເຄີຍເວົ້າແຍ່ປະເດັນຣັດເຊຍ

ເຊເລນສະກີປົດທູດຢູເຄຼນປະຈຳເຢຍລະມັນກັບອີກ 4ຊາດ ເຄີຍເວົ້າແຍ່ປະເດັນຣັດເຊຍ


ປະທານາທິບໍດີໂວໂລດິມີ ເຊເລນສະກີ ແຫ່ງຢູເຄຼນເປີດເຜີຍວ່າໄດ້ປົດເຈົ້າໜ້າທີ່ລະດັບສູງທາງການທູດຂອງຄຽບໃນຕ່າງແດນຫຼາຍຄົນ ໃນນັ້ນລວມເຖິງທຸດປະຈຳເຢຍລະມັນ ທີ່ມັກເວົ້າຈາບໍ່ດີ ເບືອງຕົນບໍ່ຮູ້ສາເຫດທີ່ຊັດເຈນ ແຕ່ທີ່ຜ່ານມາຜູ້ນຳທ່ານນີຮ້ອງຂໍບັນດາຜູ້ແທນທັງຫຼາຍລະດົມສຽງສະໜັບສະໜູນຈາກນານາຊາດໃນຍາມປະເຂີນໜ້າການຮຸກຮານຈາກຣັດເຊຍ.


ເຊເລນສະກີ ຖະແຫຼງປົດທູດຢູເຄຼນ ປະຈຳເຢຍລະມັນ,ອິນເດຍ ສາທາລະນະລັດເຊັກ ນໍເວ ແລະ ຮົງກາລີ ໄດ້ເຜີຍວ່າບັນດາຕົວແທນພ້ອມເຮັດນ້າທີ່ແທນແລ້ວ “ການໝູນວຽນນີເປັນສ່ວນໜື່ງຂອງທຳນຽບປະຕິບັດທາງການທູດຕາມປົກກະຕິ” ແນວໃດກໍຕາມມີການລາຍງານວ່າ ບໍ່ມີຄວາມຊັດເຈນວ່າທູດເຫຼົ່ານີ້ຈະບໍ່ໄດ້ຮັບມອບໝາຍຕຳແໜ່ງໜ້າທີ່ໃໝ່ໃດໆຫຼືບໍ່


ທີ່ຜ່ານມາ ເຊເລນສະກີ ເລັ່ງບັນດາຄະນະຜູ້ແທນທູດຂອງເຂົາໃຫ້ລະດົມສຽງສະໜັບສະໜູນຈາກນານາຊາດແລະຄວາມຊ່ວຍເຫຼືອດ້ານການທະຫານແກ່ຢຸເຄຼນ ໃນຂະນະທີ່ຄຽບພະຍາຍາມຕ້ານທານປະຕິບັດການຮຸກຮານທາງທະຫານຂອງຮັດເຊຍ ທີ່ເລີ່ມມາຕັ້ງແຕ່ເດືອນກຸມພາ.


ຄວາມສຳພັນລະຫວ່າງຄຽບກັບເຢຍລະມັນເປັນເລື່ອງອ່ອນໄຫວຢ່າງຍິ່ງເນື່ອງຈາກເບີລິນເປັນຊາດເສດຖະກິດໃຫຍ່ທີ່ສຸດຂອງຢູໂຣບ ແຕ່ຂະນະດຽວກັນພວກເຂົາກໍຕ້ອງເພິ່ງພາການສະໜອງພະລັງງານຈາກຣັດເຊຍເປັນຫຼວງຫຼາຍ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page