5 ສິ່ງທີ່ບໍ່ຄວນເຮັດໃນຊ່ວງເສດຖະກິດແບບນີ້

5 ສິ່ງທີ່ບໍ່ຄວນເຮັດໃນຊ່ວງເສດຖະກິດແບບນີ້


1.ຢ່າເອົາເງີນສຳຮອງມາໃຊ້ໂດຍບໍ່ຈຳເປັນ: ເງີນສຳຮອງນັ້ນຄື 6ເທົ່າຂອງລາຍຈ່າຍ ລາຍເດືອນຄືເງີນສຳຮອງຂັ້ນຕ່ຳທີ່ກຳໜົດໄວ້ ຕາຫຼັກການແລ້ວ ວາງແຜນການເງີນສ່ວນບຸກຄົນ ວັດຖຸຸປະສົງຫຼັກຄື ເປັນເງີນທີ່ນຳມາຍຽວຍາເລື່ອງສຸກເສີນຕ່າງໆໄດ້.


2. ຢ່າລົງທືນເກີນຕົວໂດຍບໍ່ມີຄວາມຮູ້: ຄົນທີ່ຕັ້ງໜ້າຕັ້ງຕາຈະຫາໃຫ້ໄດ້ເປັນກອບເປັນກຳ ໂດຍນຳຄວາມໂລບເປັນທີ່ຕັ້ງນັ້ນອາດພາຕົນເອງໄປໃນຊ່ອງທາງທີ່ເກີນຕົວ ໂດຍບໍ່ມີຄວາມຮູ້ຢ່າງເຊັ່ນຫຸ້ນປັ້ນທັງຫຼາຍຊ່ອງທາງການລົງທືນທີ່ບໍ່ມີທີ່ມາ ຈື່ໄວ້ວ່າບໍ່ມີຫຍັງທີ່ໄດ້ມາງ່າຍໆ ແລະ ເປັນກອບເປັນກຳ.


3. ຄວນພັກກ່ອນຖ້າຈະມີຄວາມຄິດລົງທືນທີ່ໃຫຍ່ເກີນໄປໃນຊ່ວງນີ້: ໃນເວລເສດຖະກິດບໍ່ດີ ການຄ້າຂາຍ ກຳໄລຈະຫຼຸດລົງ ຜູປະກອບການຕ່າງຄິດຫາຫົນທາງທີ່ຈະເພີ່ມລາຍໄດ້ ເພື່ອດືງດູດກຳໄລກັບມາ ແລະ ໜື່ງໃນວິທີນັ້ນຄືການລົງທືນເພີ່ມບໍ່ວ່າຈະເປັນການເປີດສາຂາໃໝ່.


4.ຫຼີກລ້ຽງການສ້າງໜີ້ເພີ່ມ: ເພາະອັນໃດທີ່ເກີນຄວາມຈຳເປັນ ພັກໄວ້ກ່ອນ ເຖິງແມ່ນວ່າຈະວາງແຜນປ່ຽນລົດຄັນ$ມ່ຫຼືຊື້ບ້ານຫຼັງທີ່ສອງ ສິ່ງເຫຼົ່ານີ້ ຄວນພັກເພາະຕອນນີ້ເສດຖະກິດອ່ອນແອ ອັນໃດກໍສາມາດເກີດຂື້ນໄດ້ຢ່າຟ້າວສ້າງໜີໃໝ່ໃຫ້ເປັນພາລະ.


5.ຢ່າຄ້ຳປະກັນໃຫ້ໃຜໃນຊ່ວງນີ້: ຂໍ້ນີ້ຢ່າວ່າແຕ່ເສດຖະກິດບໍ່ດີເລີຍ ກັບບາງຄົນຕັ້ງໃຈໄວ້ຈະຮັກກັນຫຼາຍກໍຢ່າຄິດທີ່ຈະຄ້ຳປະກັນໃຫ້ໃຜເລີຍ ເພາະຫຼາຍຄົນຕ້ອງພົບບົດຮຽນຊີວິດອັນລໍ້າຄ່າຈາກການຄ້ຳປະກັນໃຫ້ຜູ້ອື່ນ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page