ສະຫະລັດໂທດຣັດເຊຍບຸກຢູເຄຼນຕົ້ນຕໍເຮັດໃຫ້ສີລັງກາລົ້ມລະລາຍ

ສະຫະລັດໂທດຣັດເຊຍບຸກຢູເຄຼນຕົ້ນຕໍເຮັດໃຫ້ສີລັງກາລົ້ມລະລາຍ


ແອນໂທນີ ບິງເຄນ ລັດຖະມົນຕີຕ່າງປະເທດສະຫະລັດ ກ່າວອ້າງວ່າ ປະຕິບັດການຮຸກຮານຢູເຄຼນຂອງຣັດເຊຍ ຄວນຖຶກກ່າວໂທດບາງສ່ວນຕໍ່ສະຖານະການຄວາມຍຸ້ງຍາກຢູ່ສີລັງກາກຳລັງປະເຊີນຢູ່


ສີລັງກາຕົກຢູ່ໃນຄວາມບໍ່ສະຫງົບມາດົນຫຼາຍເດືອນ ທ່າມກາງພາວະຂາດແຄຼນໃນການສະໜອງອາຫານແລະພະລັງງານ ລາຄາເຂົ້າເຄື່ອງໃຊ້ຕ່າງໆ ມີລາຄາສູງຂື້ນ ແລະ ລ່າສຸດ ສະຖານະການລຸກລາມຂືນເລື້ອຍໆ ພວກຜູ້ປະທວງຫຼາຍພັນຄົນບຸກເຂົ້າໄປໃນທຳນຽບປະທານາທິບໍດີໂຄຖາຍະ ເຮັດໃຫ້ເຂົາຕ້ອງຫຼົບໜີ.


“ ເຮົາກຳລັງເຫັນຜົນກະທົບຂອງການຮຸກຮານຂອງຣັດເຊຍມີບົດບາດໃນທຸກແຫ່ງ” ບິງເຄນ ບອກວ່າ ມັນອາດມີສ່ວນໃນສະຖານະການໃນສີລັງກາ ເຮົາກັງວົນຕໍ່ຜົນກະທົບຂອງມັນຕໍ່ທົ່ວໂລກ


ເຂົາອ້າງວ່າ “ ຄວາມບໍ່ໝັ້ນຄົງທາງອາຫານທີ່ມີຫຼາຍຂື້ນທົ່ວໂລກ ຖຶກຊໍ້າເຕີມຢ່າງມີໄນສຳຄັນຈາກການຮຸກຮານຢູເຄຼນຂອງຣັດເຊຍ ບິງເຄນກ່າວ ພ້ອມເນັ້ນຢໍ້າວ່າການຮຽກຮ້ອງຂໍໃຫ້ມອສໂກປ່ອຍທັນຍາພືດເກືອບ 20ລ້ານຕັນ ອອກຈາກຢູເຄຼນ ຫຼັງຈາກມັນຕິດຄ້າງຕາມທ່າເຮືອຕ່າງໆ ຂອງຢູເຄຼນ ມາຕັ້ງແຕ່ມອສໂກເປີດສາກຮຸກຮານໃນຊ່ວງທ້າຍເດືອນກຸມພາ.

Leave a Reply

Your email address will not be published. Required fields are marked *

You cannot copy content of this page