ຄະແນນິຍົມຂອງປະທານາທິບໍດີໂຈ ໄບເດັນ ແຫ່ງສະຫະລັດ ຫຼຸດລົງຕໍ່າກວ່າລະດັບ 30% ນັບວ່າຕໍ່າທີ່ສຸດເທົ່າທີ່ເຄີຍມີມາ ຈາກຜົນສຳຫຼວກຄວາມຄິດເຫັນຮອບໃໝ່ທີ່ເຜີຍແພ່
ຜົນສຳຫຼວດທີ່ຈັດໂດຍບໍລິສັດໂພອອນໄລແລະວິເຄາະ ພົບວ່າມີຜູ້ມີສິດອອກສຽງເລືອກຕັ້ງຊາວສະຫະລັດພຽງ 29% ທີ່ພໍໃຈແນວທາງບໍລິຫານງານຂອງໄບເດັນ ແລະ ມີເຖິງ 58% ທີ່ບໍ່ພໍໃຈສ່ວນ 13% ບອກວ່າບໍ່ໝັ້ນໃຈ
ໃນຜົນສຳຫຼວດຍັງພົບວ່າປະຊາຊົນຊາວສະຫະລັດ ໃນທຸກກຸ່ມອາຍຸ ເພດແລະການສຶກສາ ສ່ວນໃຫຍ່ແລ້ວບໍ່ພໍໃຈຜົນຂອງໄບເດັນ 66% ບອກວ່າບໍ່ສະໜັບສະໜູນຜູ້ນຳທ່ານນີ້ ແນວໃດກໍຕາມ ເຂົາຍັງເປັນທີ່ນະຍົມໃນໝູ່ປະຊາກອນຜິວສີຫຼືຄົນອາເມລິກາເຊື້ອສາຍອາຟິກາ ເຊິ່ງໃນກຸ່ມນີ້ມີເຖິງ 55% ທີ່ບອກວ່າບໍ່ພໍໃຈຜົນງານຂອງໄບເດັນ
ໄບເດັນ ມີຄະແນນນະຍົມຕໍ່າເກືອບທຸກລັດ ຍົກເວັ້ນຮາວາຍ ແລະ ເວມອນ ບໍ່ເວັ້ນລັດເດແວ ບ້ານເກີດຂອງຜູ້ນຳທ່ານນີ້ ເຊິ່ງມີມຸມມອງທີ່ມືດມົວຕໍ່ໄບເດັນເຊັ່ນກັນ ໂດຍທີ່ລັດແຫ່ງນີ້ ມີຜູ້ບໍ່ພໍໃຈຜົນງານຂອງເຂົາຫຼາຍເຖິງ 54%
ແນວໃດກໍຕາມ ຫາກແຍກອອກເປັນພັກ ຜົນສຳຫຼວດພົບວ່າບັນດາຜູ້ສະໜັບສະໜູນພັກເດໂມແຄຂອງໄບເດັນ ຍັງຄົງມີຄວາມເພີ່ງພໍໃຈຜົນງານຂອງນຳທ່ານນີ້ໃນລະດັບສູງທີ່ 63% ແຕ່ສຳຫຼັບຜູິ້ສະໜັບສະນູນພັກຄີພັບລິກັນແລ້ວມີເຖິງ 97%ທີ່ບໍ່ພໍໃຈຜົນງານຂອງໄບເດັນ.